DIGITAL LIBRARY OF LAO MANUSCRIPTS

ປະຫວັດ​ຄວາມ​ເປັນ​ມາ ຫໍສະໝຸດດິຈິ​ຕອລໜັງສື​ໃບ​ລານ​ລາວ


ວັນນະຄະດີ​ບູຮານ​ລາວ

ປະ​ເທດ​ລາວ​ອຸດົມ​ຮັ່ງມີ​ໄປ​ດ້ວຍ​ວັນນະຄະດີ ສືບ​ທອດ​ມາ​ແຕ່​ສະຕະວັດ​ທີ 15–16 (ຄຼິດຕະສັກກະ​ຣາດ). ບົດ​ນິພົນ (text) ສ່ວນ​ຫລາຍ​ແມ່ນ​ຜ່ານ​ການ​ຈົດ​ກ່າຍ​ຢ່າງ​ຕໍ່​ເນື່ອງ ​ແລະ ຢູ່​ລອດ​ມາ​ໄດ້​ໃນ​ຮູບ​ແບບ​ຜູກ​ໃບ​ລານ​ເກັບ​ໄວ້​ໃນຫີບ​ໄມ້ ຕາມ​ຫໍ​ໄຕ​ໃນ​ວັດວາອາ​ຮາມ. ນອກຈາກ​ໃບ​ລານ​ຍັງ​ມີ​ຂໍ້​ນິພົນຈຳນວນ​ນຶ່ງ​ທີ່ໄດ້​ບັນທຶກ​ໄວ້​ໃນ​ວັດຖຸ​ອື່ນ ​ເຊັ່ນ ​ເຈ້ຽປໍ​ສາ, ​ເຊິ່ງມີ​ອາຍຸ​ເສັ້ນ​ກວ່າ​ໃບ​ລານ. ​ເຖິງ​ແມ່ນ​ວ່າ ວັດວາອາ​ຮາມ​ເປັນ​ບ່ອນ​ຮ່ຳຮຽນ ຂອງ​ສັງຄົມ​ລາວ​ຕັ້ງ​ແຕ່​ອາ​ດີດ​ມາ ໜັງສືໃບ​ລານ​ອັນ​ລ້ຳ​ຄ່າ​ຈຳນວນ​ຫລາຍ​ໝື່ນ​ສະບັບ​ກໍ​ຍັງ​ຕົກ​ຢູ່​ໃນ​ສະພາບ​ສ່ຽງ​ໄພ​ຕໍ່​ການ​ສູນ​​ເສຍ ​ໃນ​ຫລາຍ​ທົດ​ສະ​ວັດ​ທີ່ຜ່ານ​ມາ.

ຕັ້ງ​ແຕ່​ຫລາຍ​ສະຕະວັດ​ເປັນ​ຕົ້ນ​ມາ ​ໄດ້​ມີ​ການ​ເຄື່ອນ​ຍ້າຍ​ໄປມາ​ຂອງ​ປະຊາຊົນ ​ແລະ ມີ​ການ​ແລກປ່ຽນ​ວັດທະນະ​ທັມ, ສາ​ສະໜາ ສິລະ​ປະ ​ແລະ ວັນນະຄະດີ ​ໃນ​ບັນດາ​ຊົນ​ເຜົ່າ​ໄຕ-ລາວ ທີ່​ຕັ້ງ​ພູມລຳ​ເນົາ​ຢູ່​ພາກ​ພື້ນ ​ເຊິ່ງປະຈຸ​ບັນ​ນີ້​ແມ່ນ ພາກ​ເໜືອ​ຕອນ​ບົນ​ຂອງ​ປະ​ເທດ​ໄທ, ພາກ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂອງ​ປະ​ເທດ ມຽນມ້າ, ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຢຸນນານ, ປະ​ເທດ​ລາວ ​​ແລະ ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ ປະ​ເທດ​ໄທ. ສ່ວນ​ການ​ແລກປ່ຽນ​ວັນນະຄະດີ​ນັ້ນ​ເຮັດ​​ໄດ້​ສະດວກ​ກໍ​ຍ້ອນ​ພາສາ​ຂອງ​ເຜົ່າ​ໄຕ-ລາວ​ເຫລົ່າ​ນີ້​ມີ​ລັກສະນະ​ຄ້າຍຄື​ກັນ.

ຄວາມ​ສຳພັນ​ລະຫວ່າງ ອານາຈັກ​ລ້ານ​ຊ້າງ ​ແລະ ​ອານາຈັກ​ລ້ານ​ນາ​ມີ​ຄວາມ​ໃກ້ຊິດ​ເປັນ​ພິ​ເສດ. ຈົນ​ມີ​ນັກປາດ​ອາຈານ​ຊາວ​ຕາ​ເວັນ​ຕົກ ບາງ​ຄົນ​ເອີ້ນ​ຂົງ​ເຂດ​ລ້ານ​ນາ​ວ່າ “ລາວ​ຕາ​ເວັນ​ຕົກ” ຍ້ອນ​ວ່າ​ມີ​ສຳພັນ​ທະ​ໄມຕີ​ອັນ​ແໜ້ນ​ແຟ້ນ ​ແລະ ມີ​ຄວາມ​ຜູກ​ພັນ​ແລກປ່ຽນ​ດ້ານ​ວັດທະນະ​ທັມ​ກັບ​ອານາຈັກ​ລ້ານ​ຊ້າງ​ຄື “ລາວ​ຕາ​ເວັນ​ອອກ” ຕະລອດ​ມາ.

ນອກຈາກນີ້ ​ໃນ​ວັດວາອາ​ຮາມ​ທົ່ວ​ພາກ​ພື້ນ​ນີ້​ລ້ວນ​ແຕ່​ໃຊ້​ອັກສອນ​ທັມ​ໃນ​ການ​ລິດຈະນາ​ໜັງສື​ໃບ​ລານ (​ເຊິ່ງ​ເປັນ​ອັກສອນ​ທີ່​ວິວັດທະນາ​ມາ​ຈາກ​ອັກສອນ​ມອນ​ບູຮານ) ​ແຕກ​ຕ່າງ​ກັບປະ​ເທດ​ສະຫຍາມ ທີ່​ໃຊ້​ອັກສອນ​ຂອມ (ອັກສອນ​ຂະ​ແມ​ບູຮານ​ແບບ​ນຶ່ງ) ​ໃນ​ການ​ລິດຈະນາ​ຄຳ​ພີ​ໃບ​ລານ​ຕັ້ງ​ແຕ່​ສະ​ໄໝ​ບູຮານ​ມາ​ຈົນ​ຮອດ​ທ້າຍ​ສະຕະວັດ​ທີ 19. ຂົງ​ເຂດ​ດັ່ງກ່າວ​ຂ້າງ​ເທິງ​ນັ້ນ ຈຶ່ງ​ອາດ​ເອີ້ນ​ໄດ້​ວ່າ “ຂົງ​ເຂດ​ອັກສອນ​ທຳ.”

ນອກຈາກ​ນີ້​ແລ້ວ​ ຍັງ​ມີ​ການ​ພົວພັນ​ດ້ານ​ວັດທະນະທັມ ລະຫວ່າງ​ເຜົ່າ​ໄຕ​ຕ່າງໆ ທີ່​ອາ​ໃສ​ຢູ່​ໃນ​ປະ​ເທດ​ໃກ້​ຄຽງ​ເຊັ່ນ : ​ແຄວ້ນ​ອາ​ສຳ ​ໃນ​ປະ​ເທດ​ອິນ​ເດຽ, ພາກ​ເໜືອ ​ແລະ ພາກ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ຂອງ​ປະ​ເທດ​ມຽນມ້າ, ​ແຂວງ​ຢູນນານ ປະ​ເທດ​ຈີນ ​ແລະ ພາກ​ເໜືອ​ຂອງ​ປະ​ເທດ​ຫວຽດນາມ.

ໂດຍ​ລວມ​ແລ້ວ ວັດທະນະ​ທຳ ​ແລະ ວັນນະຄະດີ ພຸດທະ​ສາສະໜາ​ໃນ​ປະ​ເທດ​ລາວ​ມີ​ລັກສະນະ​ຄື​ກັນ ຫລື ​ໃກ້​ຄຽງ​ກັບ​ທີ່​ປາກົດ​ຢູ່ ປະ​ເທດ​ສີ​ລັງກາ, ພະມ້າ, ​ໄທ ​ແລະ ກຳປູ​ເຈຽ.

ພາຍ​ໃນ​ປະ​ເທດ​ລາວ​ເອງ ທັງ​ໄທ​ລື້ ​ແລະ ​ໄຕ​ເໜືອ ກໍ​ຊົມ​ໃຊ້​ວັນນະຄະດີ​ພຸດທະ​ສາສະໜາ​ແນວ​ດຽວ​ກັນ.​ ຊົນ​ຊາດ​ເຜົ່າ​ອື່ນທີ່​ກວມ​ເອົາ​ເກືອບ​ເຄິ່ງປະຊາກອນ ຂອງ ສປປ ລາວ ຕ່າງ​ກໍ​ມີ​ວັນນະຄະດີ​ຂອງ​ຕົນ​ເອງ ​ເຊິ່ງສ່ວນ​ຫລາຍ​ເປັນ​ວັນນະ​ຄະດີ​ປາກ​ເປົ່າ. ​ໃນ​ເວລາ​ດຽວ​ກັນ ມີ​ຊົນ​ເຜົ່າ​ເຊັ່ນ ​ເຜົ້າມົ້ງ, ມ້ຽນ ​ແລ​ະ ​ໄທ​ດຳ ທີ່​ມີ​ວັນນະ​ຄະດີ​ລາຍ​ລັກ​ອັກສອນ​ຄື​ກັນ.

ໜັງສື​ໃບ​ລານ​ລາ​ວສ່ວນ​ໃຫຍ່​ໃຊ້​ບັນທຶກ ​ແລະ ສືບ​ທອດ​ພະ​ທັມ​ຄຳ​ສອນ​ຂອງ​ພະພຸດທະ​ເຈົ້າ ຕາມ​ແນວ​ເຖຣະວາດ ນັກປາດ​ອາຈານ​ມັກ​ໃຊ້​ສອງ​ພາສາ​ຄວບ​ກັນຄື ພາສາ​ປາລີ​ກັບ​ຄຳ​ແປ ​ແລະ ຄຳ​ອະທິບາຍ​ເປັນ​ພາສາ​ລາວ ​ໃນ​ຂົງ​ເຂດ​ວັນນະຄະດີ​ລາວ​ດັ່ງ​ເດີມ​ນັ້ນ​ມີ ປະ​ເພດ​ພິ​ເສດ​ເປັນ​ຈຳນວນ​ຫລວງຫລາຍ​ກວ່າ​ຄື ​ເປັນ​ວັນນະຄະດີ​ເລົ່າ​ເລື່ອງ​ພັນ​ລະນາ ​ເຊັ່ນ ຊາດົກ​ນອກ​ນິບາດ, ນິຍາຍ​ທັມ ​ລວມ​ເຖິງ​ນິທານ​ພື້ນ​ເມືອງ ທີ່​ເຊື່ອ​ໄດ້​ວ່າ​ມີ​ຕົ້ນ​ກຳ​ເນີ​ດຈາກ​ພູມິ​ພາກ​ນີ້. ນິທານ​ຕຳນານ​ເຫລົ່າ​ນີ້ ຄູບາອາຈານ​ນິຍົມ​ຊົມ​ໃຊ້​ໃນ​ການ​ເທດ​ສະໜາໃຫ້​ຄາ​ລະວາ​ດຟັງ​ຕັ້ງ​ແຕ່​ສະ​ໄໝ​ບູຮານ​ມາ​ຮອດ​ປັດຈຸບັນ. ​ເລື່ອງ​ເລົ່າ​ດັ່ງກ່າວ​ນີ້​ໜ້າ​ສົນ​ໃຈ​ເປັນ​ພິ​ເສດ ​ເນື່ອງຈາກ​ວ່າ​ສະທ້ອນ​​ໃຫ້​ເຫັນ​ເຖິງ​ວິຖີ​ດຳລົງ​ຊີວິດ​ຂອງ​ຊາວບ້ານ ລວມ​ເຖິງ​ຄ່າ​ນິຍົມ​ຂອງ​ສັງຄົມ​ລາວ​ທີ່​ອ້າງ​ອີງ​ຫລັກ​ຈະລິ​ຍະ​ທັມ​ຂອງ​ພຸດທະ​ສາສະໜາ.

ໜັງສື​ໃບ​ລານ​ລາວ​ບໍ່​​ແມ່ນ​ບັນຈຸ​ສະ​ເພາະ​ແຕ່​ເອກະສານ​ທາງ​ສາສະໜາ​ເທົ່າ​ນັ້ນ ​ແຕ່​ສ່ວນ​ໜຶ່ງ​ຍັງ​ເປັນ​ປະ​ເພດ ປະ​ຫັວດສາດ, ກົດໝາຍ​ບູຮານ, ຮີດຄອງ​ປະ​ເພນີ, ​ໂຫຣ​າສາດ, ​ໄສຍະສາດ, ພິທີກຳ, ຄວາມ​ເຊື່ອ​ຕ່າງ​ຕະລອດ​ຮອດ​ຕຳລາ​ຢາ​ພື້ນ​ເມືອງ ວິທີ​ປິ່ນປົວ, ​ໄວຍາກອນ, ສັບ​ພາສາ, ກາບກອນ​ໂຄງ​ສັນ ​ແລະ ອື່ນໆ.

ຄລິກບ່ອນ​ນີ້ ຖ້າ​ຕ້ອງການ​ເບິ່ງ​ບົດ​ຄວາມ​ຈາກ​ກອງ​ປະຊຸມ ມໍລະດົກ​ວັນນະຄະດີ​ລາວ.

ຂຶ້ນເທິງ

ການ​ຄົ້ນຄວ້າ​ຜ່ານ​ມາ

ການ​ຄົ້ນຄວ້າ​ກ່ຽວ​ກັບ​ວັນນະຄະດີ​ລາວ ​ໄດ້​ເລີ່​ມຂຶ້ນ​ໃນ​ສະຕະວັດ​ທີ 20 ພາຍຫລັງ​ທີ່ຣາຊະ​ອານາຈັກ​ລາວ​ໄດ້​ເຂົ້າ​ເປັນ​ສ່ວນ​ໜຶ່ງ ຂອງ​ອິນດູຈີນ​ຝະຣັ່ງ​ເສດ.

ວຽກງານ​ສຳ​ຫລວ​ດ ​ແລະ ຂຶ້ນ​ທະບຽນ​ໃບ​ລານ​ ​ເກືອບທັງ​ໝົດ ​ໃນ​ຕອນ​ເລີ່​ມຕົ້ນ​ ແມ່ນ​ເຮັດ​ໂດຍ​ວິຊາ​ການ​​ຝຣັ່ງ ​ແລະ ຜູ້​ຊ່ອຍ​ຂອງ​ເຂົາ​ທີ່​ເປັນ​ຄົນ​ລາວ. ​ເຖິງ​ວ່າ​ຈະ​ຫລ້າ​ສະ​ໄໝ​ໃນ​ຫລາຍໆ​ດ້ານ ​ແຕ່​ຂໍ້​ມູນ​ເຫລົ່າ​ນັ້ນ​ກໍ​ຍັງ​ເປັນ​ເຄື່ອງມື​ສຳຄັນ​ໃຫ້​ແກ່​ການ​ຄົ້ນ​ຄວ້າ​ໃນ​ປັດຈຸ​ບັນ. ຍົກ​ຕົວຢ່າງ​ເຊັ່ນ ບົດ​ຄົ້ນຄວ້າ​ຂອງ ຫລຸຍ ຟີ​ໂນ (Louis Finot) ການ​ຄົ້ນຄວ້າ​ກ່ຽວ​ກັບ​ວັນນະຄະດີ​ລາວ (Recherches sur la litterature laotienne) ​ເຊິ່ງຈັດ​ພິມ​ປີ 1917 ​ໃນ​ວາລະສານ ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ຝະຣັ່ງ​ເສດຕາ​ເວັນ​ອອກ​ໄກ (Bulletin de l’Ecole francaise d’Extreme Orient, ເບິ່ງ​ເອກະສານອ້າງ​ອີງ) ຍັງ​ເປັນ​ປະ​ໂຫຍ​ດ​​ໃນ​ການ​ສຶກສາ​ວັນນະຄະດີ​ບູຮານ​ລາວ. ​ໂດຍ​ສະ​ເພາະ​ບັນຊີລາຍ​ຊື່​ວັນນະຄະດີ​ລາວ (Liste generale des manuscrits laotiens) ທີ​ປາກົດ​ຢູ່​ໃນ​ບົດ​ວິ​ໄຈ​ດັ່ງກ່າວ ຍັງ​ນັບ​ໄດ້​ວ່າ​ເປັນ​ຂໍ້​ມູນ​ຫລັກ​ໃນ​ການ​ສຳ​ຫລວດ​ຄຳ​ພີ​ໃບ​ລານ ​ແລະ ວັນນະຄະດີ​ລາວ​ມາ​ໂດຍ​ຕະຫລອດ ບັນຊີ​ລາຍ​ຊື່​ດັ່ງກ່າວ​ແມ່ນ​ສືບ​ທອດ​ມາ​ຈາກ​ການ​ສຳ​ຫລວດ​ໜັງສື​ໃບ​ລານ ​ແລະ ພັບ​ສາ ມີ​ທັງ​ໝົດ 1,181 ຕົ້ນ​ສະບັບ ຢູ່​ຫໍສະໝຸດ​ຮາ​ຊະ​ວັງ​ຫລວງ​ພຣະ​ບາງ ​ເຊິ່ງທ່ານ ​ເມ​ເຢ (Meiller) ​​ເປັນ​ຜູ້​ຮວບ​ລວມ​ໄວ້, ປະກອບ​ກັບ 338 ຕົ້ນ​ສະບັບ ຂອງ​ຫໍສະໝຸດ ສະ​ຖາ​ບັນ​ຄົ້ນຄວ້າ​ຝຣັ່ງຕາ​ເວັນ​ອອກ​ໄກ.

ນອກ​ນັ້ນ​ມີ​ການ​ສຳ​ຫລວດ​ຄຳ​ພີ​ໃບ​ລານ ​ແລະ ​ເອກະສານ​ອື່ນໆ​ຕາມ​ວັດວາອາ​ຮາມ ຫລື ຫໍສະໝຸດຕ່າງໆ ​​ໂດ​ຍນັກປາດ​ຄົນ​ລາວ ​ແລະ ຝຣັ່ງ ຕັ້ງ​ແຕ່​ປີ 1900 ​ເຖິງ 1973 ​​ໄດ້​ມີ​ການ​ຂຶ້ນບັນຊີ​ໃບ​ລານ​​ເປັນ​ຈຳນວນ 3,678 ຕົ້ນ​ສະບັບ ຈາກ​ວັດ​ວາ​ອາ​ຮາມ 94 ​ແຫ່ງ​ໃນ 9 ​ແຂວງ. ໃນລະຫວ່າງ​ປີ 1934 ຫາ 1936 ພຸດ​ທະ​ບັນດິດ​ສະພາ​ຈັນທະ​ບູລີລາ​ວ ​ໂດຍ​ການ​ນຳພາ​ຂອງ ​ເຈົ້າ​ເພັດຊະ​ຣາດ ລັດຕະນະ​ວົງສາ ​ໄດ້​ເລີ່​ມ​ໂຄງການ​ຂຶ້ນ​ບັນຊີ​ໜັງສື​ໃບ​ລານ​ທົ່ວ​ປະ​ເທດ ​ໂດຍ​ຮ້ອງ​ຂໍຄວາມຮ່ວມ​ມື​ຈາກ​ເຈົ້າ​ອາວາດ ​ໃຫ້​ຈັດ​ສົ່ງ​ບັນຊີ​ລາຍ​ຊື່​ຕົ້ນ​ສະບັບ​ໃບ​ລານ​ທີ່​ພົບ​ຢູ່​ໃນ​ຫໍ​ໄຕ​ຂອງ​ຕົນມາ​ພຸດ​ທະ​ບັນດິດ​ສະພາ.

ຕໍ່​ມາ​ໃນ​ຊຸມ​ປີ 1950 ​ແລະ ປີ 1960 ​ໄດ້​ມີ​ການ​ສຳ​ຫລວດ​ໜັງສື​ໃບ​ລານ ​ແລະ ການ​ຄົ້ນຄວ້າ​ເລື່ອງ​ວັນນະຄະດີ​ລາວ​ເພີ່ມ​ຕື່ມ ​ໂດຍ​ນັກວິ​ໄຈ​ຊາວ​ຝຣັ່ງຄື ທ່ານ ອັງຣີ ​ເດ​ດີ​ເຢ (Henri Deydier), ທ່ານ ປີ​ແຢ ​ແບ​ກນາຣ໌ ລາ​ຟົງ (Pierre-Bernard Lafont), ​ແລະ ທ່ານ ຊາ​ເລິ ອາ​ແຊມ​ໂບ (Charles Archaimbault) ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ໃນ​ປີ 1959 ພາຍ​ໃຕ້​ການ​ຊີ້​ນຳ ຂອງ​ທ່ານ ລາ​ຟົງ ​ໄດ້​ມີ​ການ​ສຳ​ຫລວດ​ສ້າງ​ບັນຊີ​ລວມລາຍ​ຊື່​ຕົ້ນ​ສະບັບ​ໃບ​ລານ ອັນ​ມ້ຽນ​ໄວ້​ຢູ່​ຫໍ​ໄຕ​ຂອງ​ວັດວາອາ​ຮາມ​ໃນ​ປະ​ເທດ​ລາວ (Inventaire des manuscrits des pagodes du Laos, (ເບິ່ງ​ເອກະສານອ້າງ​ອີງ) ການ​ສຳ​ຫລວດ​ຄັ້ງ​ນີ້​ເຊິ່ງສືບ​ທອດ​ມາ​ຈາກ​ຜົນງານ​ການ​ວິ​ໄຈ​ຂອງ​ນັກປາດ​ຊາວ​ຝຣັ່ງ ​ໄດ້​ຄອບ​ຄຸມ​ທັງ​ໝົດ 83 ວັດ​ດ້ວຍ​ກັນ​ຄື ວັດ​ໃນ​ເມືອງ​ຫລວງ​ພຣະ​ບາງ 13 ວັດ, ວັດ​ໃນ​ນະຄອນຫລວງ​ວຽງ​ຈັນ 25 ວັດ ​ແລະ ວັດ​ໃນ​ແຂວງ​ຈຳປາ​ສັກ​ລວມ 45 ວັດ.

ໃນ​​ເປີງ​ເກີດ​ສົງຄາມ​ອິນດູຈີນ​ຄັ້ງ​ທີ່​ສອງ ​ແລະ ປີ​ຕໍ່ໆ​ມາ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​​ເຊິ່ງສະຖາປະນາ​ໃນ​ປີ 1975 ກໍ​ໄດ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກຫລາຍໆ​ດ້ານ,ສ່ວນ​ມໍລະດົກ​ທາງ​ວັດທະນະ​ທັມ​ກໍ​ຕົກ​ຢູ່​ໃນ​ສະພາບ​ສ່ຽງ​ໄພ​ມາ​ຈົນ​ຮອດ​ຊຸມ​ປີ 1986/87 ​ເປັນ​ຕົ້ນ​ມາ ຈຶ່ງ​ໄດ້​ເກີດ​ການ​ຕື່ນ​ຕົວ​ຕໍ່​ຄວາມ​ສຳຄັນ​ຂອງ​ວັນນະຄະດີ​ບູຮານ​ຂອງ​ຊາດ​ຂຶ້ນ​ອີກ. ມາ​ເຖິງ​ເດືອນ​ມີນາ ປີ 1988 ​ໂດຍ​ການ​ອຸປະຖຳ​ຂອງ ມູນ​ນິທິ ​ໂຕ​ໂຢຕາ ຈຶ່ງ​ໄດ້​ມີ​ການ​ເປີດ​ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ໃຫຍ່ ມີ​ພຣະສົງ​ລະດັບ​ສູງ ​ແລະ ຄາຣະວາດ​ຜູ້​ອາວຸ​ໂສ​ຈາກ​ທົ່ວ​ປະ​ເທດ​ເຂົ້າ​ຮ່ວມ​ສົນທະນາ ​ເຖິງ​ຄວາມ​ຈຳ​ເປັນ ​ແລະ ​ແນວທາງ​ປົກ​ປັກ​ຮັກສາ​ໜັງສື​ໃບ​ລານຢູ່​ໃນ​ທ້ອງ​ຖິ່ນ​ຂອງ​ຕົນ​ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຄຳ​ພີ​ໃບ​ລານ​ທີ່​ຍັງ​ເກັບ​ໄວ້​ໃນ​ຫໍ​ໄຕ​ຕາມ​ວັດ​ຕ່າງໆ​ຖືກ​ຫລົງ​ລືມ​ຕົກ​ເຮ່ຍ​ເສຍ​ຫາຍ ໝາກຜົນ​ທີ່​ໄດ້​ຮັບ​​ໃນ​ການ​ສຳ​ມະ​ນາ​ຄັ້ງ​ນັ້ນ​ແມ່ນ​ການຈັດ​ຕັ້ງ​ໂຄງ​ການ ຂຶ້ນ​ບັນຊີ​ໜັງສື​ໃບ​ລານ​ໃນ 6 ​ແຂວງ​ທົ່ວ​ປະ​ເທດ (ເບິ່ງ​ເອກະສານອ້າງ​ອີງ) ພາຍ​ໃຕ້​ການ​ຊີ້​ນຳ​ຂອງ ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ວັດທະນະທຳ ​ໂດຍ​ການ​ສະໜັບສະໜູນ​ຈາກ ມູນ​ນິທິ ​ໂຕ​ໂຢຕາ. ​ໃນ​ໄລຍະ​ເວລາ​ຂອງ​ໂຄງການ​ນີ້ (1988-1994) ມີ​ການ​ຂຶ້ນ​ບັນຊີ​​ໂຮມ​ທັງ​ໝົດ 128,000 ຜູກ ຈາກ​ວັດວາອາ​ຮາມ 250​​ ແຫ່ງ ​ໃນ​ນະຄອນຫລວງ​ວຽງ​ຈັນ, ​ແຂວງ​ຫລວງ​ພຣະ​ບາງ, ​ແຂວງ​ວຽງ​ຈັນ, ​ແຂວງ​ບໍລິ​ຄຳ​ໄຊ, ​ແຂວງ​ຄຳ​ມ່ວນ, ​ແຂວງ​ສະຫວັນ​ນະ​ເຂດ ​ແລະ ​ແຂວງ​ຈຳປາ​ສັກ.

ຂຶ້ນເທິງ

ໂຄງການ​ປົກ​ປັກ​ຮັກສາ​ໜັງສື​ໃບ​ລານ​ລາວ

ໂຄງການ​ປົກ​ປັກ​ຮັກສາ​ໜັງສື​ໃບ​ລານ​ລາວ PLMP ​ເຊິ່ງດຳ​ເນີນ​ການ​ໂດຍ ຫໍສະໝຸດ​ແຫ່ງ​ຊາດ ພາຍ​ໃຕ້​ການ​ຊີ້ນຳ​ຂອງ ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ວັດທະນະທຳ ໄດ້​ຮັບ​ການ​ອຸປະຖຳ​​ ຈາກກະຊວງ​ການ​ຕ່າງປະ​ເທດ ສາທາລະນະ​ລັດ ສະຫະພັນ​ເຢຍຣະ​ມັນ ​ແຕ່​ປີ 1992 ​ເຖິງ 2004.

ວັດຖຸປະສົງຫລັກ​ກໍ​ຄື ​ຊ່ອຍ​ເຫລືອ ສ.ປ.ປ.ລາວ ​ໃຫ້​ປົກ​ປັກ​ຮັກສາ​ໜັງສື​ໃບ​ລານ ​ແລະ ພັບ​ສາ​ອັນ​ເປັນ​ມໍລະດົກ​ລ້ຳ​ຄ່າ​ຂອງ​ຊາດ​ໃຫ້​ຢືນ​ຢົງ​ຄົງ​ຕົວ ທັງ​ຊ່ອຍ​ສ້າງ​ສະຕິ​ຕື່ນ​ຕົວ​ໃນ​ໝູ່​ມະຫາຊົນ ​ໃຫ້​ຮູ້​ຄຸນຄ່າ​ຂອງ​ວັນນະຄະດີ​ບູຮານ ພ້ອມ​ທັງ​ອຳນວຍ​ໃຫ້​ຂະ​ເຈົ້າ​ໄດ້​ຮຽນ​ຮູ້​ວິທີ​ວິທະຍາ​ອະນຸ​ລັກ​ໜັງສື​ໃບ​ລານ ​ແລະ ສ້າງ​ສັກກະ​ຍະ​ພາບ​ຂອງ​ປະຊາຊົນ​ໃນ​ການ​ຄົ້ນຄວ້າ​ວິ​ໄຈ ທັງ​ເຜີຍ​ແຜ່​ເນື້ອ​ຫາ​ສາລະ​ອັນ​ມີ​ຄຸນຄ່າ​ຂອງ​ວັນນະຄະດີ​ບູຮານ​ເພື່ອ​ຄຸນ​ປະ​ໂຫຍ​ດຂອງ​ປະຊາຊົນ​ລາວ ທັງ​ໃນ​ປັດຈຸບັນ ​ແລະ ອະນາຄົດ. ວຽກ​ງານ​ຂອງ​ໂຄງການ​ໄດ້​ຈຳ​ແນ​ກອອກ​ມາ​ດັ່ງ​ນີ້ :

  • ການ​ສຳ​ຫລວດ​ຢ່າງ​ເປັນ​ລະບົບ ​ແລະ ​ການ​ອະນຸລັກ​ໜັງສືໃບ​ລານ ​ແລະ ພັບ​ສາ​ໃນ​ວັດວາອາ​ຮາມ ພ້ອມ​ທັງ​ຫໍສະໝຸດ​ຂອງ​ລັດ ​ແລະ ​ໃນ​ຄອບ​ຄອງ​ຂອງ​ເອກະ​ຊົນ​ທົ່ວ 17 ​ແຂວງ.
  • ການຖ່າຍ​ໄມ​ໂຄຼຟີມ ​ເອກະສານ​ທີ່​ມີ​ຄວາມ​ສຳຄັນ​ທາງ​ປະຫວັດ​ສາດ ຫລື ວັດທະນະ​ທຳ.
  • ສະໜັບສະໜູນຊຸກຍູ້ການ​ຟື້ນ​ຟູ​ນຳ​ໃຊ້​ວັນນະຄະດີ​ພື້ນ​ເມືອງ ​​ເຂົ້າໃນ​ຊີວິດ​ປະຈຳ​ວັນຂອງ​ພະສົງ ​ແລະ ຊາວບ້ານ ພ້ອມ​ນັ້ນ​ກໍ​ເພື່ອ​ຊ່ອຍ​ຫາ​ແນວທາງ​ນຳ​ສົ່ງ​ເນື້ອ​ຫາ​ສາລະ​ອັນ​ດີງາມ​ຈາກ​ວັນນະຄະດີ​ບູຮານ​ເຂົ້າ​ສູ່​ລະບົບ​ການ​ສຶກສາ ຂອງ​ຊາດ​ທຸກ​ລະດັບ.
  • ນຳພາ ​ແລະ ຊ່ອຍ​ເຫລືອ​​ສ້າງ​ເຄື່ອງມື​ທັງ​ທາງ​ວິ​ທະຍາ​ສາດ ​ແລະ ​ເຕັກນິກ​ອັນ​ທັນ​ສະ​ໄໝເຊັ່ນ ຖານ​ຂໍ້​ມູນ, ​ເຄື່ອງມື​ການ​ສຶກສາ, ປື້​ມຕຳລາ, ​ໂປຼ​ແກ​ມ ຄອມ​ພິວ​ເຕີ​ ​ແລະ ອື່ນໆ ພ້ອມ​ກັນ​ນັ້ນ​ກໍ​ພັດທະນາ​ຊັບພະຍາກອນ​ມະນຸດ​ຮຸ່ນ​​​ໃໝ່ ​ທີ່​ສາມາດ​ນຳ​ໃຊ້​ວັນນະຄະດີ​ລາວ​ບູຮານ​ເຂົ້າ​ໃນ​ຫລັກສູດການ​ສິດສອນ​ເພື່ອ​ຄົ້ນ​ຄວ້າ​ວິ​ໄຈ​ໃນ​ສະ​ຖາ​ບັນ​ການ​ສຶກສາ​ຂັ້ນ​ສູງ ດ້ານ​ພາສາ​ພື້ນ​ເມືອງ, ວັນນະຄະດີ ​ແລະ ວັດທະນະ​ທຳຂອງ​ຊາດ.

ໂຄງການ​ໄດ້​ຕອບ​ສະ​ໜອງ​ໂດຍ​ກົງ​ຕໍ່​ຄວາມ​ຕ້ອງການ​ຂອງ​ທ້ອງ​ຖິ່ນ ​ແລະ ຊຸມ​ຊົນ​ກໍ​ມີ​ສ່ວນ​ຮ່ວມ​ດຳ​ເນີນ​ວຽກ​ງານ​ຕ່າງໆ​ຢ່າງ​ເຂັ້ມ​ແຂງ. ພາຍ​ໃຕ້​ການ​ດູ​ແລ​ເບິ່ງ​ແຍງ​ຂອງ​ຄະນະ​ເຮັດ​ວຽກ ຂອງ​ຫໍສະໝຸດ​ແຫ່ງ​ຊາດ​ສາມ​ຄົນ ​ແລະ ການ​ຮ່ວມ​ມື​ຂອງ​ຊາວບ້ານ​ທີ່ຢູ່​ທ້ອງ​ຖິ່ນ​ທີ​ມີ​ໃຈ​ໃສ​ສັດທາ​ສະໝັກ​ສະໝານ​ຊ່ອຍ​ກັນ​ອະນຸລັກ ​ໄດ້​ມີ​ການ​ສຳ​ຫລວດ​ໜັງສື​ໃບ​ລານ ​ແລະ ​ເອກະສານ​ອື່ນ​ໆ​ຢ່າງເປັນ​ລະບົບ ຄື​ມີຈັດ​ລຽງ​ໃບ​ລານ ​ແລະ ຜູກ​ຄືນ​ສູ່​ສະພາບ​ເດີມ, ອະນາ​ໄມ, ກຳນົດ​ຊື່​ເລື່ອງ, ຈຳ​ແນ​ກປະ​ເພດ​ເນື້ອ​ຫາ​, ​ຄົ້ນ​ຫາ​ວັນ​ເດືອນ​ປີ​ຈານ ​ແລ້ວ​ນຳພາ​ຂໍ້​ມູນ​ຕ່າງໆ​ເຫລົ່າ​ນີ້​ເຂົ້າ​ສູ່​ຖານ​ຂໍ້​ມູນ​ຄອມ​ພິວ​ເຕີ ທີ່ຢູ່​ຫໍສະໝຸດ​ແຫ່ງ​ຊາດ ນະຄອນຫລວງ​ວຽງ​ຈັນ.

ຕະຫລອດ​ໄລຍະ​​ເວລາ​ດຳ​ເນີນ​ໂຄງການບໍ່​ມີ​ການ​ເຄື່ອນ​ຍ້າຍ​ວັດຖຸ​ອຸປະກອນອອກ​ຈາກ​ພື້ນ​ທີ່​ແຕ່​ຢ່າງ​ໃດ​ໂດຍ​ເດັດ​ຂາດ ​ເຊັ່ນ ​ໄມ້​ປະ​ກັບ, ຜ້າ​ຫໍ່​ຄຳ​ພີ, ຫີບ​ທັມ ຫລື ວັດຖຸບູຮານ​ອັນ​ມີຄ່າ​ອື່ນໆ ​ແມ່ນ​ແຕ່​ໃບ​ລານ​ທີ່​ຜຸ​ຜ່ອຍເປ່​ເພ. ຫາກ​ຈຳ​ເປັນ ​ແລະ ບໍ່​ເກີນ​ວິ​​ໄສ​ເອກະສານສຳຄັນ​ທີ່​ເປ່​ເພ​ກໍ​ໄດ້​ຮັບ​ການ​ບູລະນະ​ສ້ອມ​ແປງ​ໃນ​ເວລາ​ດຽວ​ກັນ ​ແລ້ວ​ເກັບ​​ມ້ຽນ​ໄວ້​ໃນ​ບ່ອນ​ທີ່​ເໝາະ​ສົມ ຄື​ແມ່ນ​ບ່ອນ​ອັນ​ປອດ​ໄພ​ຈາກ​ປວກ, ໜູ ​ແລະ ​ຄວາມ​ຊຸ່ມຊື້​ນ ທີ່​ອາດພາ​ໃຫ້​​ໃບ​ລານເກີດ​​ເຊື້ອ​ຣາຜຸ​ຜ່ອຍຕົກ​ໂໝະຕ່າງໆ.

ໝາກຜົນ​ອັນ​ມີ​ຄຸນຄ່າ​ຈາກ​ໂຄງການ​ນີ້ ​ແມ່ນ​ໄດ້​ສ້າງ​ຄັງ​ໄມ​ໂຄຼຟີມ ທີ່​ບັນທຶກເອກະສານ​​ເກືອບ 12,000 ​ສະບັບ ​ໃນ​ຈຳນວນ​ນັ້ນ​ມີ​ເລື່ອງ​ກ່າຍ​ຄືນ​ຊ້ຳ​ກັນ​ຫລາຍ​ສະບັບ ທັງ​ນີ​ເພື່ອ​ສ້າງ​ຖານ​ຂໍ້​ມູນທີ່​ເໝາະ​ແກ່​ການ​ຄົ້ນຄວ້າ​ສຶກສາ​ ຄື​ວ່າ​ນັກວິຊາການ​ສາມາດ​ສຶກສາ​ເລື່ອງ​ໃດ​ເລື່ອງ​ໜຶ່ງ ​ໂດຍ​ນຳ​ໃຊ້​ຫລາຍໆ​ຕົ້ນ​ສະບັບປຽບທຽບ​ກັນ ຕົ້ນ​ສະບັບ​ໄມ​ໂຄຼຟີມທັງຫລາຍ​ເກັບ​ມ້ຽນ​ໄວ້​ຢູ່​ທີ່ສູນ​ຂໍ້​ມູນ ​ແລະ ກົມຮູບ​ເງົາ​ ​ຢູ່​ນະຄອນຫລວງ​ວຽງ​ຈັນ ສ່ວນ​ສະບັບ​ສຳຮອງ​ແມ່ນ​ມ້ຽນ​ໄວ້​ຢູ່​ຫໍສະໝຸດ​ແຫ່ງ​ຊາດ ​ແລະ ສຳ​ບັບສຳຮອງ​ອີກ​ຊຸດ​ໜຶ່ງ ​ແມ່ນ​ເກັບ​ມ້ຽນ​ໄວ້​ຢູ່ທີ່​ຫໍສະໝຸດ​ແຫ່ງ​ລັດ ​ປະຈຳ​ກຸງ​ແບັກ​ແລັງ ປະ​ເທດ​ເຢຍຣະ​ມັນ.

ຄັງ​ຂໍ້​ມູນ​ນີ້​ຖື​ໄດ້​ວ່າ​ອາດ​ເປັນ​ຕົວຢ່າງ​ອັນ​ຄົບ​ຖ້ວນ ຂອງ​ມູນ​ມໍລະດົກ​ວັນນະຄະດີ​ລາວ ອັນ​ຕົກ​ທອດ​ມາ​ເຖິງ​ປັດຈຸບັນ ຄັງ​ຂໍ້​ມູນ​ນີ້​ປະກອບ​ມີ​ເກືອບ 500,000 ຮູບ ​ເຊິ່ງ​ແຕ່ລະ​ຮູບ​ບັນທຶກ 6-8 ໜ້າ​ໃບ​ລານ ​ໂຮມ​ແລ້ວ​ມີ​ເຖິງ 3-4 ລ້ານ​ໜ້າ​ໃບ​ລານ. ສະຫລຸບ​ໄດ້​ວ່າ​ຄັງ​ຂໍ້​ມູນ​ອັນ​ນີ້ ​ແມ່ນ​ເປັນ​ແຫ​ລ່ງຂໍ້​ມູນ​ດ້ານ​ວັນນະຄະດີ​ລາວ​ອັນ​ສົມບູນ​ທີ່​ສຸດ​ໃນ​ປັດຈຸບັນ ຈຶ່ງ​ມີ​ຄວາມ​ສຳຄັນ​ຢ່າງ​ຍິ່ງ​ສຳລັບ​ວົງ​ການ​ວິຊາ​ການ ​ໂດຍ​ເປີດ​ໂອກາດ​ໃຫ້​ຜູ້​ສົນ​ໃຈ​ສາມາດ​ສຶກສາ​ຄົ້ນຄວ້າ​ກ່ຽວ​ກັບ​ວັນນະ​ຄະດີ​ລາວ​ຢ່າງ​ສະດວກ.

ສ່ວນການຖ່າຍ​ໄມ​ໂຄຼຟີມ​ນັ້ນ​ໄດ້​ເລີ່​ມຕົ້ນ​ໃນ ​ເດືອນ​ເມສາ ປີ 1994 ຢູ່ນະຄອນຫລວງ​ວຽງ​ຈັນ ​ແລ້​ວຍົກຍ້າຍ​ໄປ​ຖ່າຍ​ຕໍ່​ຢູ່​ຕ່າງ​ແຂວງ ​ໂດຍ​ໃຊ້​ກ້ອງຖ່າຍຮູບ​ຊອຍ​ທ໌ເຊີລ (Zeutschel) OK102 ​ແລະ ຟີມ​ຟູ​ຈິ ກໍ້​ຟີມມີ​ຂະໜາດຄວາມ​ກວ້າງ 35 ມມ ​ແລະ ຍາວ 30.5 ​ແມັດ. ຖ້າ​ສະຖານ​ທີ່​ທ້ອງ​ຖິ່ນອຳນວຍ​ກໍ​ປະຕິບັດການຖ່າຍ​ໄມ​ໂຄຼຟີມຢູ່​ພື້ນຖານ​ເລີຍ ເຊັ່ນ​ຖ່າຍ​ຢູ່ຫ້ອງການ​ວັດທະນະທຳ ຫລື ຫໍພິພິທະ​ພັນ​ແຂວງ ທັງ​ນີ້ຍ້ອນ​ສະຖານ​ທີ່​ດັ່ງກ່າວສະດວກ ​ແລະ ປອດ​ໄພ​ຕໍ່​ເຄື່ອງ​ຖ່າຍ​​ໄມ​ໂຄຼຟີມ​ກວ່າ​ຍົກ​ໄປ​ຖ່າຍ​ຢູ່​ບ້ານ​ຫ່າງ​ໄກ​ສອກຫລີກ​ແຕ່​ລະ​ບ້ານ ​ເລື່ອງຕ່າງໆ​ທີ່​ເລືອກ​​ເຟັ້ນມາ​ຖ່າຍ​ໄມ​ໂຄຼຟີມ​ນັ້ນ ​ໄດ້​ຢືມ​ອອກ​ມາ​ຈາກ​ວັດ ​ຫລື ​ເຈົ້າ​ຂອງ​ເອກະ​ຊົນ​​ເປັນ​ການຊົ່ວຄາວ ​ແລະ ຫລັງ​ຈາກ​ຖ່າຍ​ແລ້ວກໍ​ມີ​ການ​ສົ່ງ​ຄືນ​ໃຫ້​ເຈົ້າ​ຂອງ.

ເພື່ອ​ໃຫ້ຮູບ​ຖ່າຍ​ຂາວ​ດຳ​ໃນໄມ​ໂຄຼຟີມ ທີ່​ເປັນ​​ເງົາ​ສີ​ເທົາ ມີ​ຄວາມ​ຄົມ​ແຈ້ງ​ສີ​ຕັດ​ກັນຍິ່ງ​ຂຶ້ນ ຕ້ອງ​ໃຊ້​ເຫລົ້າ​ເກົ້າ​ສິບ​ເຊັດ​ໃບ​ລານ​ແຕ່ລະ​ໃບ​ແລ້ວ​ເອົາ​ໄປ​ຖ່າຍ​ທັນທີ ​ໂດຍ​ມີ​ອາສາ​ສະມັກ​ຈາກ​ທ້ອງ​ຖິ່ນມາ​ເປັນ​ຜູ້​ຊ່ອຍ​ມື​ກ້ອງ. ຫລັງ​ຈາກ​ນັ້ນ​ກໍ້ຟີມ​ທີ່​ຖ່າຍ​ແລ້ວກໍ່ໃສ່​ກັບ​ຟີມ ​ສົ່ງ​​ໃຫ້​ຫໍສະໝຸດ​ແຫ່ງ​ຊາດ​ຢູ່​ນະຄອນຫລວງ​ວຽງ​ຈັນເພື່ອ​ລ້າງຟີມ ​ຕອນ​ເລີ່​ມຕົ້ນ​ນັ້ນໄດ້​ໃຊ້​​​ເຄື່ອງ​ຈັກ​ຍີ່​ຫໍ້​ຊອຍ​ທ໌​ເຊີ​ລ ​ເຊິ່ງຕ້ອງ​ມີ​ຄົນ​ລ້າງ​ດ້ວຍ​ມື ຕໍ່​ມາ​ຈຶ່ງ​ໄດ້​ໃຊ້​ຈັກ​ລ້າງ​ຟີມ​ອັດ​ຕະ​ໂນ​ມັດ ຍີ່​ຫໍ້ ​ໂກ​ດັກ ​ໂປຼສະຕາຣ ​ໄອ-​ແອ​ລ (​Prostar I-L processor) ແລະ ນ້ຳ​ຢາ​ລ້າງ​ຟີມ​ຂອງ​ໂກ​ດັກ ​ໂປຼສະຕາຣ ພຼັສ (Prostar Plus). ຫລັງ​ຈາກ​ທີ່​ກວດກາ​ຄຸນ​ນະພາ​ບຂອງ​ຕົ້ນ​ສະບັບໄມ​ໂຄຣ​ຟີມ​ແລ້ວ ກໍ​ໄດ້​ອັດ​ສຳ​ເນົາດ້ວຍ​ເຄື່ອງຊອຍ​ທ໌​ເຊີ​ລ 100L. ນອກ​ນັ້ນ​ເຄື່ອງ​ຈັກ​ອື່ນໆ​ທີ່​ໃຊ້​ໃນ​ຫໍສະໝຸດ​ແຫ່ງ​ຊາດ ຮວມມີ​ຈັກອ່ານ​ໄມ​​ໂຄຼຟີມ ຊອຍ​ທ໌​ເຊີ​ລ OL2 ​ສອງ​ໜ່ວຍ ​ແລະ ຈັກອ່ານ ​ແລະ ​ໄມ​ໂຄຼຟີມ ຍີ່​ຫໍ້​ແຄນ​ນອນ NP ປຼິນ​ເຕີ 980.

ໂຄງການ PLMP ​ໄດ້​ມີ​ການ​ສຳ​ຫລວດ​ໜັງສື​ໃບ​ລານ ​ແລະ ພັບ​ສາ​ທົ່ວ​ປະ​ເທດເປັນ​ຄັ້ງ​ທຳ​ອິດ​ໃນ​ປະຫວັດ​ສາດ ໂຄງການ​ບໍ່​ສະ​ເພາະ​ກວມ​ເອົາວັດ​ໃຫຍ່ໆ​ທີ່​ມີ​ຄຳ​ພີ​ໃບ​ລານ​ຫລາຍໆ ຫາກຮວມ​ເອົາ​ວັດວາອາ​ຮາມທີ່ຢູ່​ເຂດ​ຫ່າງ​ໄກ​ສອກຫລີກ​ທີ່​ສຸດດ້ວຍ ​ເຊິ່ງຫລາຍແຫ່ງ​ຍັງ​ບໍ່​ເຄີຍ​ມີ​ການ​ສຳ​ຫລວດມາ​ກ່ອນ ພາຍ​ໃນ​ໄລຍະ​ເວລາ 10 ປີ ຈົນ​ໂຄງການ​ນີ້​ສ້ຽງສຸດ​ລົງ​ໃນ​ເດືອນ​ທັນວາ ປີ 2002 ມີ​ການ​ສຳ​ຫລວດ​ໃບ​ລານ​ທັງ​ໝົດ​ຢູ່​ວັດ​​ກວ່າ 800 ​ແຫ່ງ​ທົ່ວ​ປະ​ເທດ ​ໄດ້​ບູຣະນະ​ຮັກສາ​ໃບ​ລານ​ປະມານ 86,000 ​ເລື່ອງ (368,000 ຜູກ). ສ່ວນ​ຕົ້ນ​ສະບັບ​ໃບສຳ​ຫລວດ​ຕ່າງໆ​ທັງ​ໝົດ​ເກັບ​ມ້ຽນ​ໄວ້​ຢູ່​ຫໍສະໝຸດ​​ແຫ່ງ​ຊາດ ນະຄອນຫລວງ​ວຽງ​ຈັນ (ເບິ່ງ​ເອກະສານອ້າງ​ອີງ).

ໂຄງການ PLMP ​ໄດ້​ຮັບ​ການ​ອຸປະຖຳ ຈາກ​ລັດຖະບານ ສາທາລະນະ​ລັດ ສະຫະພັນ​ເຢຍຣະມັນ ​ອີກ​ສອງ​ປີ​ເພື່ອ​ເຮັດ​ວຽກ​ຕິດຕາມ​ໝາກຜົນ​ໂຄງການ ລະຫວ່າງ​ເດືອນ​ມັງກອນ 2003 ​ເຖິງ​ເດືອນ​ທັນ​ວາ 2004 ຈຶ່ງ​ມີ​ການ​ສ້າງ​ຕັ້ງ​ສູນ​ປົກ​ປັກ​ຮັກສາ​ໜັງສື​ໃບ​ລານພູມິ​ພາກ​ຂອງ​ປະ​ເທດ​ລາວ ​ໂດຍ​ເລືອກ​ເຟັ້ນວັດ​ທີ່​ເໝາະ​ສົມ​ໃນ 4 ​ແຂວງ​ຄື : ແຂວງຫລວງ​ພຣະ​ບາງ, ​ນະຄອນຫລວງ​ວຽງ​ຈັນ, ​ແຂວງ​ສະຫວັນ​ນະ​ເຂດ ​ແລະ ​ແຂວງ​ຈຳປາ​ສັກ ​ເປັນ​ສະຖານ​ທີ່​ຕັ້ງຂອງ​ສູນ. ສ່ວນ​ພາລະບົດ​ບາດ​ຕົ້ນຕໍ​ຂອງ​ສູນ​ນັ້ນໆ ​ແມ່ນ​ເພື່ອ​ເປັນ​ຕົວຢ່າງ​ທີ່​ດີ​ຂອງ​ຫ້ອງສະໝຸດ​ພາຍ​ໃນ​ວັດ​​ ​ເປັນ​ສູນ​ກາງ​ເພື່ອ​ສຶກສາ​ວັນນະຄະດີ​ພື້ນ​ເມືອງ ​ແລະ ​ເພື່ອ​​ເປັນ​ອົງ​ກອນຊ່ອຍ​​ເຫລືອ​ວັດ​ຕ່າງໆ ທີ່​ບໍ່​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ຈາກ​ໂຄງການ PLMP ​ໃຫ້​ຮູ້ຈັກ​ວິທີ​ວິທະຍາ ​ແລະ ປະຕິບັດ​ການ​ອະນຸລັກ​ໜັງສື​ໃບ​ລານ​ຂອງ​ຕົນ.

ນອກຈາກ​ນັ້ນ​ແລ້ວ​ສູນ​ດັ່ງກ່າວ ​ຍັງ​ໄດ້​ຈັດ​ຕັ້ງ​ບຸນ​ປະຈຳ​ປີ​ຂຶ້ນ ​ເອີ້ນ​ວ່າ ບຸນ​ໃບ​ລານ ​ເຊິ່ງ​ແຕ່​ລະ​ຄັ້ງ​ໄດ້​ເອົາ​ໃບ​ລານ​ອອກ​ຈາກ​ຫໍ​ໄຕ​ມາ​​ແກ້​ຜ້າ​ຫໍ່​ຄຳ​ພີແລ້ວ​ທຳ​ການ​ກວດກາວ່າ​ ມີ​ຕົ້ນ​ສະບັບ​ໃດເປ່​ເພ​ເສຽຫາຍ​ ຫລື​ບໍ່ ​ຖ້າ​ຈຳ​ເປັນ​ກໍ​ພາກັນ​ເຮັດ​ອະນາ​ໄມ​​ໃບ​ລານ ​ແລະ ບ່ອນ​ເກັບ​ມ້ຽນ​ໃຫ້​ຮຽບຮ້ອຍ​ຫໍ່​ຄືນ ​ກ່ອນ​ທີ່​ຈະ​ເກັບ​ໄປ​ມ້ຽນອີກ​ນັ້ນ ພະສົງ​ພ້ອມ​ສັດທາ​ຊາວບ້ານ ກໍ​​ແຫ່​ຄຳ​ພີ​ໃບ​ລານ​ທັງຫລາຍອ້ອມ​ສິມ​ວັດ​ສາມ​ຮອບ, ຮີດຄອງ​ແຫ່​ຄຳ​ພີ​ນີ້​​ໄດ້​ນຳ​ມາ​ໃຊ້​ໃນ ສ.ປ.ປ.ລາວ ຕາມ​ແບບ​ທີ່​ເຄີຍ​ປະຕິບັດ​ໃນ​ເຂດ​ລ້ານ​ນາ ຕາມ​ໂຄງການ​ອະນຸລັກ​ຄຳ​ພີ​ໃບ​ລານ​ລ້ານ​ນາ ​ໃນ​ໄລຍະ​ຊຸມ​ປີ 1986-1991 ​ເຊິ່ງ​ເປັນ​ການ​ຮ່ວມ​ມື​ກັນ​ລະຫວ່າງ ກະຊວງ​ການ​ຕ່າງປະ​ເທດ ​ເຢຍຣະມັນ ກັບ​ມະຫາວິທະຍາ​ໄລ​ຊຽງ​ໃໝ່ (​ໂຄງການ​ສູນ​​ສົ່ງ​ເສີມສີ​ລະ​ປະ ​ແລະ ວັດທະນະທັມ). ຮີດ​ຄອງ​ການ​ແຫ່​ໃບ​ລານ​ນັ້ນ ​ແມ່ນ​ຊຸມ​ຊົນ​ໄທ​ລື້​ໃນ​ບ້ານ​ຢວນ ​ເມືອງ​ຊຽງ​ຄຳ ປັດຈຸບັນ​ຂຶ້ນ​ກັບ ​ແຂວງ​ພະ​ເຍົາ ​ເປັນ​ຜູ້​ເລີ່​ມຕົ້ນ. ​ເມື່ອຄົນ​ຈາກ​ຄຸ້ມ​ບ້ານ​ອື່ນ​ໄດ້​ເຫັນ​ວິ​ດິ​ໂອ ກໍ່​ມີ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ເລີຍ​ພາກັນ​ເອົາ​ເປັນ​ແບບຢ່າງ ການ​ສຳ​ຫລວດ​ກວດກາ​​ໃບ​ລານ​ເປັນ​ປະ​ເພນີປະຈຳ​ປີ​ມາກ​ວ່າ 150 ປີ ຂອງ​ຊຸມ​ຊົນ​ວັດ​ສູງ​​ເໝັ້ນ ​ອຳ​ເພີ​ສູງ​ເໝັ້ນ ຈັງ​ວັດ​ແພຣ່. ​ວັດ​ນີ້​ເຄີຍເປັນ​ສຳນັກຂອງ​ຄູບາ​ກັນຈະ​ນະມະ​ຫາ​ເຖນ ​ເຊິ່ງ​ເປັນ​ພະສົງ​ທີ່​ມີ​ບົດບາດ​ຍິ່ງ​ໃຫຍ່​ໃນ​ການ​ຟື້ນ​ຟູ ​ແລະ ອະນຸລັກ​ມໍລະດົກ​ດ້ານ​ສາສະໜາ ​ແລະ ວັນນະຄະດີ​ລ້ານ​ນາ, ສ່ວນບຸນ​​ໃບ​ລານ​ທີ່​ຈັດ​ຂຶ້ນ​ໂດຍ​ສູນ​ປົກ​ປັກ​ຮັກສາ​ໜັງສື​ໃບ​ລານ​ລາວ​ນັ້ນ ​ແມ່ນ​ຈັດ​ໂດຍ​ອາ​ໄສ​ບາ​ລະ​ມີ​ຂອງ​ພະສົງ ​ແລະ ສັດທາ​ຊາວບ້ານ​ທັງ​ສິ້ນ.

ຜ່ານ​ໄລຍະ​ປະຕິບັດ​ໂຄງການ ​ໄດ້​ມີ​ການຈັດ​ພິມ​ໃບ​ຂ່າວ​ລາຍ​ໄຕ​ມາດ ​ເປັນ​ພາສາ​ລາວ 22 ສະບັບ ​ເຊິ່ງ​ໄດ້​ໃຫ້​ຂໍ້​ມູນ​ຂ່າວສານ​ຈາກ​ພາກສະໜາມ​ສຳ​ຫລວດ ​ແລະ ບ່ອນ​ຖ່າຍ​ໄມ​ໂຄຼຟີມ ພ້ອມ​ນັ້ນ​ກໍ່ມີ​ບົດ​ຄັດ​ຈ້ອນ​ອອກ​ຈາກ​ໃບ​ລານ​ທີ່​ພົບ​ພໍ້​ໃນ​ເຂດ​ນັ້ນໆ. ຂ່າວ​ໃບ​ລານກະ​ຕຸ້ນ​ໃຫ້​ປະຊາຊົນ​ເຂດ​ທ້ອງ​ຖິ່ນ​ມີ​ຄວາມ​ພາກພູມ​ໃຈ ​ແລະ ​ແລກປ່ຽນ​ຂໍ້​ມູນ​ຈຳ​ນວນ​ໃບ​ລານ​ທີ່​ເຂົາ​ເຈົ້າ​ມີ ​​ແລະ ​ເພີ່ມ​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ການ​ອະ​ນຸລັກ​ມູນ​ມໍລະດົກ​ດ້ານ​ໜັງສື​ໃບ​ລານ. ນອກ​ນັ້ນ​ຍັງ​ມີ​ການ​ພິມ​ຄູ່​ມືກ່ຽວ​ກັບ​ຮີດຄອງ​ປະ​ເພນີ, ກົດໝາຍ ​ແລະ ວັນນະຄະດີ​ຕ່າງ​ໆອອກເປັນ​ຈຳນວນ 14 ​ເຫລັ້ມ. ຄລິກບ່ອນ​ນີ້ ​ເພື່ອ​ເຂົ້າ​ໄປ​ເບິ່ງ​ຂ່າ​ວ​ໃບ​ລານ.

ທາງ​ລັດຖະບານ ສາທາລະນະ​ລັດ ​ເຢຍຣະມັນ ​ໄດ້​ນຳ​ສະ​ເໜີ​ໂຄງການ PLMP ​ເຂົ້າເປັນ​ສ່ວນ​ຮ່ວມ​ຂອງ​ອົງການ ອຸຍ​ເນສ​ໂກ ​​ເນື່ອງ​ໃນທົດ​ສະ​ວັດ​ແຫ່ງ​ການ​ພັດທະນາ​ວັດທະນະທັມ​ຂອງ​ໂລກ (1987-1997) ​ແລະ ໂຄງການ PLMP ​ໄດ້​ຮັບ​ລາງວັນ​ຫລຽນ​ຄຳ ທີ່​ງານ​ວາງສະ​ແດງລະດັບ​ໂລກ Expo 2000 ທີ່ ຮາ​ນໂນ​ເວີ​ ປະ​ເທດ​ເຢຍຣະມັນ.

ໃນ​ບັ້ນ​ປາຍ​ຂອງ​ໂຄງການ PLMP ​ແມ່ນ​ການຈັດ​ຕັ້ງ​ກອງ​ປະຊຸມ​ນາໆ​ຊາດ ​ຊື່ວ່າ ມໍຣະດົກ​ວັນນະຄະດີ​ລາວ : ການ​ປົກ​ປັກ​ຮັກສາ, ​ການເຜີຍ​ແຜ່ ​ແລະ ທັດສະນະ​ການຄົ້ນຄວ້າ​ ເຊິ່ງ​ເປັນ​ປາກົດ​ການ​ຄັ້ງ​ທຳ​ອິດ​ໃນ​ປະຫວັດສາດ. ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ ຢູ່ນະຄອນຫລວງ​ວຽງ​ຈັນ ​ໃນ​ເດືອນ​ມັງກອນ ປີ 2004 ມີ​ຜູ້​ສົນ​ໃຈ​ເຂົ້າ​ຮ່ວມ ​ແລະ ສັງ​ເກດ​ການ​ເຖິງ 120 ທ່ານ ຮ່ວມ​ມີ​ນັກປາດ​ອາຈານ, ພຣະສົງ, ນັກ​ຄົ້ນຄວ້າ ​ແລະ ນັກວິ​ໄຈຈາກ​ລາວ ​ແລະ ປະ​ເທດ​ໃກ້​ຄຽງ ນອກ​ນັ້ນ​ຍັງ​ມີນັກວິຊາ​ການ​ຈາກ​ປະ​ເທດ ອົດ​ສະ​ຕາ​ລີ, ຝຣັ່ງ​ເສດ, ​ເຢຍຣະມັນ, ຍີ່ປຸ່ນ ​ແລະ ສະຫະຣັດ​ອາ​ເມ​ລິ​ກາ ​ເຂົ້າ​ຮ່ວມ​ນຳ. ​ບົດ​ຄວາມ​ຈາກ​ກອງ​ປະຊຸມ​ມີ​ການຈັດ​ພິມ​ເປັນ​ເຫລັ້ມໃນ​ເດືອນ​ພະຈິກ ປີ 2005. ຄລິກບ່ອນ​ນີ້ ​ເພື່ອ​ເຂົ້າ​ໄປ​ເບິ່ງ​ບົດ​ຄວາມ​ຈາກ​ກອງ​ປະຊຸມ ​ເປັນ​ພາສາ​ລາວ, ​ໄທ ​ແລະ ອັງກິດ.

ການ​ປົກ​ປັກ​ຮັກສາ​ໃບ​ລານ ​ແລະ ການ​ຄົ້ນຄວ້າ​ຍັງ​ສືບ​ຕໍ່​ດຳ​ເນີນໄປ ​ໂດຍ​ການ​ສະໜັບສະໜູນ​ຂອງ​ລັດຖະບານ ສ.ປ.ປ.ລາວ ​ແລະ ​ອົງການ​ອຸປະຖຳ​ອື່ນ​ໆ ​​ໂດຍ​ການ​ຊີ້​ນຳ​ຂອງຫໍ​ສະໝຸດ​ແຫ່ງ​ຊາດ ຢູ່​ນະຄອນຫລວງ​ວຽງ​ຈັນ. ຫາກ​ທ່ານ​ມີ​ໃຈ​ສັດທາ​ຕ້ອງການ​ສະໜັບສະໜູນ​ ​ໂຄງການ​ປົກ​ປັກ​ຮັກສາ​ໜັງ​ສື​ໃບ​ລານ​ລາວ​ນີ້ ກະລຸນາຕິດ​ຕໍ່​ພວກ​ເຮົາ​ໄດ້.

ຂຶ້ນເທິງ

ບັນ​ນາ​ນຸກົມ

ສະ​ຖາ​ບັນ​ຄົ້ນຄວ້າ​ສີ​ລະ​ປະ​ວັນນະຄະດີ​ແຫ່ງ​ຊາດ_1989
ສະ​ຖາ​ບັນ​ຄົ້ນຄວ້າ​ສີ​ລະ​ປະ​ວັນນະຄະດີ​ແຫ່ງ​ຊາດ, ສຳ​ມະ​ນາ​ໃບ​ລານ​ທົ່ວ​ປະ​ເທດ ຄັ້ງ​ທີ່ໜຶ່ງ. ວຽງຈັນ : ສະ​ຖາ​ບັນ​ຄົ້ນຄວ້າ​ສີ​ລະ​ປະ​ວັນນະຄະດີ​ແຫ່ງ​ຊາດ, 1989.

ສະ​ຖາ​ບັນ​ຄົ້ນຄວ້າ​ວິທະຍາ​ສາດ​ສັງຄົມ_1987
ສະ​ຖາ​ບັນ​ຄົ້ນຄວ້າ​ວິທະຍາ​ສາດ​ສັງຄົມ, ວັນນະຄະດີ​ລາວ. ວຽງ​ຈັນ : ສະ​ຖາ​ບັນ​ຄົ້ນຄວ້າ​ວິທະຍາ​ສາດ​ສັງຄົມ, 1987.

ດາຣາ ກັນລະຍາ_2005
ດາຣາ ກັນລະຍາ, ‘ການ​ປົກ​ປັກ​ຮັກສາ​ໜັງສື​ໃບ​ລານ​ຢູ່ ສ.ປ.ປ. ລາວ’ ໃນ ມໍລະດົກ​ວັນນະຄະດີ​ລາວ : ການ​ປົກ​ປັກ​ຮັກສາ ການ​ເຜີຍ​ແຜ່ ​ແລະ ທັດສະນະ​ການ​ຄົ້ນຄວ້າ. ວຽງ​ຈັນ : ຫໍສະໝຸດ​ແຫ່ງ​ຊາດ​ລາວ, 2005.
ຄລິກບ່ອນ​ນີ້ ​ເພື່ອ​ເຂົ້າ​ໄປ​ເບິ່ງ​ເອກະສານ PDF.

ຫໍສະໝຸດ​ແຫ່ງ​ຊາດ​ລາວ_1992-2002
ຫໍສະໝຸດ​ແຫ່ງ​ຊາດ​ລາວ, ‘ບັນຊີ​ຫລວງ.’ ລາ​ຍຊື່​​ພ້ອມ​ຂໍ້​ມູນ​ພື້ນຖານ​ຂອງເອກະສານ​ທັງ​ໝົດ​ທີ່​ຜ່ານ​ການ​ສຳ​ຫລວດ​​ໃນໂຄງການ​ປົກ​ປັກ​ຮັກສາ​ໃບ​ລານ​ລາວ (ບໍ່​ໄດ້​ພິມ​ຈຳໜ່າຍ), ຫໍສະໝຸດ​ແຫ່ງ​ຊາດ​ລາວ, ວຽງ​ຈັນ, 1992-2002​.

ຫໍສະໝຸດ​ແຫ່ງ​ຊາດ​ລາວ_1994
ຫໍສະໝຸດ​ແຫ່ງ​ຊາດ​ລາວ, ‘ບັນຊີ​ໜັງສື​ໃບ​ລານ​ທີ່​ສຳ​ຫລວດ​ແລ້ວ ​ໃນ​ສົກ​ປີ 1989-94.’ ວຽງ​ຈັນ : ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ວັດທະນະທຳ, 1994.

ຫໍສະໝຸດ​ແຫ່ງ​ຊາດລາວ_2005
ຫໍ​ສະໝຸດ​ແຫ່ງ​ຊາດລາວ, ມໍລະດົກ​ວັນນະຄະດີ​ລາວ : ການ​ປົກ​ປັກ​ຮັກສາ ການ​ເຜີຍ​ແຜ່ ​ແລະ ທັດສະນະ​ການ​ຄົ້ນຄວ້າ. ວຽງ​ຈັນ : ຫໍສະໝຸດ​ແຫ່ງ​ຊາດ​ລາວ, 2005.
ຄລິກບ່ອນ​ນີ້ ​ເພື່ອ​ເຂົ້າ​ໄປ​ເບິ່ງ​ເອກະສານ​ PDF.

ຮຸນ​ດີອຸສ_2005
ຮະຣັນ ຮຸນ​ດີອຸສ, ‘ໜັງສື​ໃບ​ລານ​ລາວ ​ແລະ ວັນນະຄະດີ​ພື້ນ​ເມືອງ : ການ​ຕໍ່​ສູ້​ເພື່ອ​ຄວາມ​ຢູ່​ລອດ’ ໃນ ມໍລະດົກ​ວັນນະຄະດີ​ລາວ : ການ​ປົກ​ປັກ​ຮັກສາ ການ​ເຜີຍ​ແຜ່ ​ແລະ ທັດສະນະ​ການ​ຄົ້ນຄວ້າ. ວຽງ​ຈັນ : ຫໍສະໝຸດ​ແຫ່ງ​ຊາດ​ລາວ, 2005.
ຄລິກບ່ອນ​ນີ້ ​ເພື່ອ​ເຂົ້າ​ໄປ​ເບິ່ງ​ເອກະສານ PDF.

อุดม รุ่งเรืองศรี_2547
อุดม รุ่งเรืองศรี, วรรณกรรมล้านนา (พิมพ์ครั้งที่สอง). กรุงเทพฯ : จุฬาลงกรณ์มหาวิทยาลัย, 2547.

Cœdès_1966
Cœdès, Georges, Catalogue des manuscrits en pali, laotien et siamois provenant de la Thaïlande. Copenhagen: The Royal Library, 1966.

de Berval_1959
de Berval, René (ed.), Kingdom of Laos: The Land of the Million Elephants and of the White Parasol. Saigon: France-Asie, 1959.

Finot_1917
Finot, Louis, ‘Recherches sur la littérature laotienne’ in Bulletin de l’École française d’Extrême-Orient (BEFEO 17.5, 1917): 1-128.
Click here to see a PDF version of this paper.

Hartmann_1986a
Hartmann, John F., ‘The Spread of South Indic Scripts in Southeast Asia’ in Crossroads. 3.1 (1986): 6-20.

v. Hinüber_1996
von Hinüber, Oskar. A Handbook of Pali Literature. Berlin: Walter de Gruyter, 1996.

Hundius_2008
Hundius, Harald, ‘The Preservation of Lao Manuscripts’ in M. Lorrillard and Y. Goudineau (eds.), Recherches récentes sur le Laos. EFEO: Collection Etudes Thématiques, 2008.

Kato_2001
Kato, Kumiko (ed.), A Study of Lue Manuscripts in China, Laos and Thailand. Nagoya: The Graduate School, Faculty of Arts, University of Nagoya, 2001 (in Japanese, with the lists of titles given in Thai).

Lafont_1965
Lafont, Pierre-Bernard, ‘Inventaire des manuscrits des pagodes du Laos’ in Bulletin de l’École française d’Extrême Orient (BEFEO 52.2, 1965): 429-545.
Click here to see a PDF version of this paper.

Lafont_1994
Lafont, Pierre-Bernard (ed.), Les recherches en sciences humaines sur le Laos. Paris: Centre d’Histoire et Civilisations de la Péninsule Indochinoise, 1994.

Saddhatissa_2004
Saddhatissa, Hammalawa, Pāli Literature of South-East Asia. Dehiwala: Buddhist Cultural Centre, 2004.

Veidlinger_2006
Veidlinger, Daniel M., Spreading the Dhamma – Writing, Orality, and Textual Transmission in Buddhist Northern Thailand. Honolulu: University of Hawaii Press, 2006.

ຂຶ້ນເທິງ