DIGITAL LIBRARY OF LAO MANUSCRIPTS

ກ່ຽວ​ກັບ​ ​ໂຄງການ ຫໍສະໝຸດດິຈິ​ຕອລ ໜັງສື​ໃບ​ລານ​ລາວ : ຄັງ​​ຂໍ້​ມູນ


ຕົ້ນ​ສະບັບ ​ແລະ ເນື້ອ​​ໃນ

ຄັງ​ຂໍ້​ມູນ​ຂອງ ຫໍສະໝຸດ​ດິຈິ​ຕອລ ມີ​ຄວາມອຸດົມສົມບູນຢ່າງ​ຍິ່ງ ປະກອບ​ດ້ວຍ​ເອກະສານ​ທີ່ມາ​ຈາກ​ຫລາຍ​ທ້ອງ​ຖິ່ນ ​ແລະ ​ພູມ​ສະຖານຫລາຍ​ຍຸກ​ຫລາຍ​ສະ​ໄໝ, ມີ​ເນື້ອ​ຫາອັນ​ຫລາກ​ຫລາຍ ​ແລະ ຕົ້ນ​ສະບັບ​ສະ​ແດງ​ເຖິງ​ວິທີ​ການ​ຂີດ​ຂຽນຂອງຫລາຍ​ຄູ​ອາຈານ ທັງ​ພາສາ ​ແລະ ຕົວ​ອັກສອນ​ທີ່​ໃຊ້​ກໍ​ຫລາກ​ຫລາຍ​ແຕກ​ຕ່າງ​ກັນ. ອັກສອນ​ສ່ວນ​ໃຫຍ່​ແມ່ນ​ອັກສອນ​ທັມ​ລາວ ​ແຕ່​ກໍ​ມີ​ຫລາຍ​ເລື່ອງ​ທີ່​ຂຽນ​ດ້ວຍ​ອັກສອນ​ລາວ​ບູຮານ, ອັກສອນ​ທັມ​ລ້ານ​ນາ (​ຫລື ຍວນ), ອັກສອນ​ທັມ​ລື້, ອັກສອນ​ລີກ​ໄທ​ເໜືອ, ອັກສອນ​ຂອມ ​ແລະ ອື່ນໆ​ອີກ.

ເນື້ອ​ເລື່ອງ​ຂອງ​ໜັງສື​ໃບ​ລານ​ຈຳນວນ​ຫລວງຫລາຍ​ສືບ​ທອດ​ມາ​ຈາກ​ພະ​ທັມ​ຄຳ​ສອນ​ຕາມ​ແນວ​ພຸດທະສາ​ສະ​ນາສາ​ຍ​ເຖຣະວາດ, ສ່ວນ​ໃຫຍ່​ເປັນ​ໜັງສື​ສອງ​ພາສາ​ຄວບ​ກັນ ຄື​ພາສາ​ປາລີ ພ້ອມ​ດ້ວຍ​ຄຳ​ແປ​​ເປັນພາສາ​ພື້ນ​ເມືອງ​ໂດຍ​ພິດສະດານ ​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ເນື້ອ​ໃນ​ຂອງ​ຕົ້ນ​ສະບັບ​ພາສາ​ປາລີ. ​​ເອກະສານໃບ​ລານ​ທີ່ເກົ່າ​ແກ່​ກວ່າ​ໝູ່​ ທີ່ປາກົດ​ວັນ​ເດືອນ​ປີ​ຈານ ​ແມ່ນ​ລິດຈະນາ​ຂຶ້ນ​ໃນ​ປີ ຈຸນລະສັກກະ​ຣາດ 882 (ຄສ. 1520) ​ເນື້ອ​ຫາ​​ເປັນ​ພາສາ​ປາລີ​ລ້ວນ. ​ໃນ​ຂົງ​ເຂດ​ວັນນະຄະດີ​ບູຮານ​ລາວ​ນັ້ນ ມີ​ຄຳ​ພີ​ຫລວງຫລາຍ​ທີ່​ບໍ່​ປາກົດ​ໃນ​ພະ​ໄຕຼປິ​ດົກ ສ່ວນ​​ຫລາຍ​ແມ່ນ​ວັນນະຄະດີ​ເລົ່າ​ເລື່ອງຕ່າງໆ ​ເຊັ່ນ ຊາດົກ​ນອກ​ນິບາດ ອັນ​ໄດ້​ພົບ​ວ່າ​ມີ​ບໍ່​ຕ່ຳ​ກວ່າ 200 ກວ່າ​ເລື່ອງ​ເປັນ​ຕົ້ນ, ສັນນິຖານ​ວ່າ​ຫລາຍ​ເລື່ອງ​ມີ​ຕົ້ນ​ກຳ​ເນີ​ດ ຈາກ​ນິທານ​ພື້ນ​ເມືອງ​ຂອງ​ພູມ​ມິ​ພາກ​ນີ້ ຄື​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ເອງ. ​ໃນຄັງ​ຂໍ້​ມູນ​ຂອງ​ຫໍສະໝຸດດິຈິ​ຕອນ​ນີ້ ມີ​ຄຳ​ພີ ຫ້າ​ສິບ​ຊາດ (ນິ​ໄສ​ປັນຍາສະ​ຊາດົກ) ຂຽນ​ເປັນ​ສອງ​ພາສາ (ປາລີ-ລາວ) ຢ່າງ​ຄົບ​ຊຸດ,​ ​ເຊື່ອ​ກັນ​ວ່າ​ເລື່ອງ​ເຫລົ່າ​ນີ້​ມີ​ຕົ້ນ​ກຳ​ເນີ​ດ​ໃນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ອາດ​ແຕ່ງ​ຂຶ້ນ​ໃນ​ຂົງ​ເຂດ​ລ້ານ​ນາ. ນິທານ​ຊາດົກ ​ແລະ ນິຍາຍ​ທັມ​ເຫລົ່ານີ້​​ເປັນ​ທີ​ນິຍົມ​ຂອງ​ພຸດທະສາສະນິກະຊົນ​ໃນ​ພູມ​ມິ​ພາກ​ນີ້ ພຣະສົງ​ມັກ​ນຳ​ໄປ​ເທດ​ສະໜາ​ໃຫ້​​ຍາດ​ໂຍມຟັງ. ​ເລື່ອງ​ເຫລົ່າ​ນີ້​ນັບ​ວ່າ​ມີ​ຄຸນຄ່າ​ໜ້າ​ສົນ​ໃຈ​ເປັນ​ພິ​ເສດ ຍ້ອນ​ໄດ້​ສະທ້ອນ​ໃຫ້​ເຫັນ​ເຖິງ​ວິຖີ​ດຳລົງ​ຊີວິດ​ຂອງ​ຊາວບ້ານ​ພ້ອມ​ຄ່າ​ນິຍົມ​ທາງ​ສັງຄົມ ຄື​ກັບ​ແວ່ນ​ແຍງ​ສະພາບ​ຄວາມ​ເປັນ​ຢູ່​ຂອງ​ສັງຄົມ​ຊາວ​ພຸດ​ໃນ​ອາຊີ​ອາຄະ​ເນ. ນອກ​ນີ້​ຍັງ​ມີ​ຄຳ​ພີ​ໃບ​ລານ​ກ່ຽວ​ກັບ ປະຫວັດສາດ, ກົດໝາຍ​ບູຮານ,​ ຮີດຄອງ​ປະ​ເພນີ, ​ໂຫຣາສາດ, ​ໄສຍະສາດ,​ ພິທີກຳ ​ແລະ ຄວາມ​ເຊື່ອ​ຕ່າງໆ​ ຕະຫລອດ​ຮອດຕຳນານ​ພື້ນ​ເມືອງ ວິທີ​ປິ່ນປົວ, ​ໄວຍາກອນ ສັບ​ພາສາ, ກາບກອນ​ໂຄງ​ສັນ ນິທານ​ພື້ນ​ເມືອງ​ແບບ ຮ້ອຍ​ແກ້ວ ຮ້ອຍ​ກອງ ​ແລະ ອື່ນໆ. ​ໃນ​ນີ້​ມີ​ຫລາຍ​​ເລື່ອ​ງທີ່​ຮູ້​ກັນ​ຢູ່​ແຕ່​ສະ​ເພາະໃນ​ພູມ​ມິ​ພາກ​ນີ້​ເທົ່າ​ນັ້ນ ​ແລະ ການ​ສຶກສາ​ຄົ້ນຄວ້າ​ກໍ​ຍັງ​ຈຳກັດ​ຢູ່ ຍ້ອນ​ການ​ເຂົ້າ​ເຖິງ​ຂໍ້​ມູນ​ຫຍຸ້ງຍາກ​ຫລາຍ.

ຕົ້ນສະບັບສ່ວນ​ໃຫຍ່​ຂອງ​ຫໍສະໝຸດ​ດິຈິ​ຕອລ ​ແມ່ນ​ໜັງສື​ຈານ​ລົງ​ໃບລານ. ສ່ວນ​ໃບ​ລານ​ນັ້ນ​ມີ​ຄວາມ​ຍາວ 45-55 ຊມ ​ແລະ ກວ້າງ 4-5 ຊມ. ​ໃບ​ລານ​ທີ່​ມີ​ຂະໜາດ​ສັ້ນ​ພຽງ 20-25 ຊມ ​ເອີ້ນ​ວ່າລານ​ກ້ອມ, ​ເຫລັກ​ປາຍ​ແຫລມ​ທີ່​ໃຊ້​ຂຽນ​ໃບ​ລານ​ເອີ້ນ​ວ່າ ​ເຫລັກ​ຈານ ຫລັງ​ຈາກຈານ​ໜັງສື​ແລ້ວ ​ກໍ​ທາ​ຂີ້​ໝື້​ລູບ​ນ້ຳມັນ​ຍາງ. ​ໃບ​ລານ​ທີ່​ຈານ​ແລ້ວ​ນີ້ ຈຶ່ງ​ນຳ​ມາ​ເຈາະ​ຮູ​ຮ້ອຍ​ເຊືອກສາຍສະໜອງມັດ​ໂຮມ​ກັນ ​ໃສ່​ປົກ​ກາບ​ເຮັດ​ດ້ວຍ​ໄມ້​ເນື້ອ​ແຂງ​ເອີ້ນ​ວ່າ ​ໄມ້​ປະ​ກັບ, ​ໃຊ້​ຜ້າ​ຫໍ່​ອີກ​ຊັ້ນ​ໜຶ່ງ​ກ່ອນ​ຈຶ່ງ​ເອົາ​ໄປ​ມ້ຽນ​ໄວ້​ໃນ​ຫີບ​ທັມໃນ​ຕູ້ ຫລື ​ໃນ​ຫໍ​ໄຕ. ​ເຖິງ​ວ່າ​ຈະ​ສ່ຽງ​ຕໍ່​ການ​ເປ່​ເພ​ເສຍ​ຫາຍ​ຍ້ອນ​ຄວາມ​ຊຸ່ມຊື້ນ ​ແມງ​ໄມ້ ປວກ ​ແລະ ໜູກໍ​ຕາມ ​ແຕ່​ການ​ມ້ຽນ​ມັດ​ຢ່າງ​ດີ​ແບບ​ນີ້​ກໍ​ສາມາດ​ຮັກສາ​ໜັງສື​ໃບ​ລານ​ໃຫ້​ຢູ່​ລອດ​ໄດ້​ຫລາຍ​ຮ້ອຍ​ປີ ພຽງ​ແຕ່​ວ່າ​ຕ້ອງ​ມີ​ການ​ເບິ່ງ​ແຍງ​ກວດ​ສະພາບ​ເປັນ​ປະຈຳ.

ໂດຍ​ປົກກະຕິ​ແລ້ວ​ໜັງສືໃບ​ລານລາວ​ແຕ່ລະ​​ໃບ​ ​ຈານ​ອັກສອນ​ໃສ່​ 4-5 ​ແຖວ ທັງສອງ​ໜ້າ​ໂດຍ​ເນື້ອ​ຫາ​ຕໍ່​ເນື່ອງ​ກັນ. ​ ​ແຕ່ລະຮູບ​ດິຈິ​ຕອລບັນທຶກ​ໜ້າ​ລານ​ໄວ້​ປະມານ 6-7 ​ໜ້າ​ລານ​ ​ຮູບ​ໜຶ່ງ​ບັນທຶກ​ໜ້າ​ລານອັນມີ​​ເລກຄີກ 1,​ 3,​ 5, 7, 9, 11, 13 ​ແລະ ​ຮູບ​ຕໍ່​ໄປບັນທຶກ​ໜ້າ​ລານອັນ​ມີເລກ​ຄູ່ 2,​​ 4, ​6, 8, 10, 12, 14. ທັງ​ນີ້​ເພື່ອ​ບໍ່​ໃຫ້​ເປືອງ​ເນື້ອ​ທີ່ ຜູ້​ໃຊ້​ອ່ານ​ຂໍ້​ມູນ ຮູບ​ດິຈິ​ຕອລຈຶ່ງ​ຕ້ອງ​ອ່ານ​ຈາກໜ້າ​ລານ​ເລກ​ຄີກ​ມາ​ຕໍ່ໜ້າ​ລານ​​ເລກ​ຄູ່​ເລື້ອຍໆ ສຳລັບ​ການ​ນັບລຳດັບໃບ​ລານນັ້ນ ກໍ​ໄດ້​ໃຊ້​ວິທີ​ການ​ແຕກ​ຕ່າງ​ກັນ​ຫລາຍ​ແບບ ຕາມ​ແບບ​ດັ້ງ​ເດີມ​ແລ້ວ​ແມ່ນ​ໃຊ້​ຕົວ​ອັກສອນ​ປະສົມ​ກັບ​ສະຫລະ​ສຽງ​ສັ້ນ ​ແລະ ສຽງ​ຍາວ​ແທນ​ຕົວ​ເລກ. ປົກກະຕິ​ແລ້ວ​ເພິ່ນ​ມັກ​ຂຽນ​ໃສ່ໝາຍ​ລຳດັບ​ດ້ານ​ຫລັງ​ໃບ​ລານ ໂດຍ​ທົ່ວ​ໄປ​​ແລ້ວໜັງສື​ໃບ​ລານ​ຜູກ​ໜຶ່ງ​ມີ 6-12 ​ໃບ ສຳລັບ​ເລື່ອງ​ກ່ຽວ​ກັບ​ສາສະໜາ,​ ທຳ​ມະ​ດາ​ແລ້ວ​ໃນ​ມັດ​ໜຶ່ງໆ ມີ​ບໍ່​ເກີນ 12 ຜູກ. ​ສ່ວນ​ເລື່ອງ​ທາງ​ໂລກ ​ເລື່ອງ​ໜຶ່ງໆ​ ອາດ​ມີ​​ເຖິງ 600-700 ​ໃບ ເຊິ່ງຊາວບ້ານມັກ​ແຂວນ​ມ້ຽນ​ໄວ້​​​ຢູ່ເຮືອນ ບາງ​ຄັ້ງໜັງສື​ໃບ​ລານ​ມັດໜຶ່ງ​ອາດ​ໂຮມ​ເອົາ​ຫລາຍ​ເລື່ອງ​ໄວ້​ນຳ​ກັນ​ກໍ​ມີ.

ນອກຈາກຂໍ້​ມູນ​ທີ່​ຈານ​ໄວ້​ໃນ​ໃບ​ລານ​ແລ້ວ ຫໍສະໝຸດ​ດິຈິ​ຕອລ ກໍຍັງ​ມີ​ຂໍ້​ມູນ​ທີ່​ຂຽນ​ໃສ່​ເຈັ້ຍ​ອີກ ສ່ວນ​ເຈັ້ຍ​ສາ​ກໍ​ເຮັດ​ມາ​ຈາກ​ເປືອກ​ຕົ້ນ​ສາ, ສ່ວນ​ເຈັ້ຍ​ຂ່ອຍ​ກໍໄດ້​​ມາ​ຈາກ​​ຕົ້ນ​ຂ່ອຍ. ປື້​ມ​ເຈັ້ຍ​ສາ​ທີ່​ຜະລິດ​ໃນ​ລາວ​ ເອີ້ນ​ວ່າ ພັບ​ສາ ​ເຊິ່ງເຮັດ​ເປັນ​ໜ້າ​ພັບ​ທົບ​​ໄປມາ​ເປັນ​ຊັ້ນໆ​. ສ່ວນປື້​ມ​ເຈັ້ຍ​ຂ່ອຍ ຫລື ສະໝຸດ​ຂ່ອຍ ເຊິ່ງບໍ່ຜະລິດ​ໃນ​ລາວ​ນັ້ນເປັນ​​ແບບພັບ​ຄື​ກັນ ສຳລັບ​ເອກະສານ​ທີ່​​ເປັນ​ເຈັ້ຍ​ນີ້​ກໍ່ມີ​ການ​ນັບ​ລຳດັບ​ຕາມ​ເລກ​ໜ້າ.

ມີ​ເອກະສານ​​ຈຳນວນ​ໜຶ່ງ ທີ່​ມີ​ຮູບ​ແຕ້ມ​ປະກອບ ​ແລະ ສາມາດ​ຄົ້ນ​ຫາ​ໄດ້ ດ້ວຍ​ວິທີ​ຊອກ​ຫາ​ສະ​ເພາະເລື່ອງ​ທີ່​ມີ​ຮູບ​ແຕ້ມປະກອບ​ ນອກຈາກ​ນັ້ນ​​ສາມາດ​ຄົ້ນຫາ​ສະ​ເພາະ​ຕົ້ນ​ສະບັບ ທີ່​ມີ​ຄຳ​ບັນທຶກ​ຂອງ​ຜູ້​ລິດຈະນາ.

ບົດ​ເລື່ອງໃນ​ຫໍສະໝຸດ​ດິຈິ​ຕອລນີ້ ປະກອບ​ດ້ວຍເລກ​ລະຫັດ 13 ​ໂຕ​ສະ​ເພາະ ກົງກັນ​ກັບ​​ເລກ​ລະຫັດທີ່​ໃຊ້​ໃນ​ໂຄງການປົກ​ປັກ​ຮັກສາ​ໜັງສືໃບ​ລານ​ລາວ. 11 ​ໂຕ​ທຳ​ອິດ ​ແມ່ນ​ລະຫັດຂອງ​ແຂວງ, ​ເມືອງ, ວັດ, ປະ​ເພດ​ເນື້ອ​ຫາ ​ແລະ ​ເລກຂອງ​ມັດ, ສ່ວນ 2 ​ໂຕ​ສຸດ​ທ້າຍ ບອກ​ເຖິງ​ຈຳນວນ​ບົດ​ເລື່ອງ​ພາຍ​ໃນ​​ມັດໜຶ່ງ​ໆ. ​ເລກ​ລະຫັດ​​ເຫລົ່ານີ້​ປາກົດ​ຢູ່​ທາງລຸ່ມ​ຂອງ​ແຕ່ລະ​ຮູບ​​.

ຮູບ​ດິຈິ​ຕອລ​ແຕລະ​ຮູບ ກ​ຍັງ​ມີ​ໝາຍ​ເລກ​ປະຈຳ​ໂຕ​ທ​ລວມ​ເຖິງ​ໝາຍ​ເລກ​ກ​ໄມ​ໂຄຼຟິມ ​ແລະ ໝາຍ​ເລກ​ຂອງ​ຮູບ​ໃນ​ກ​ໄມ​ໂຄຼຟິມນນ (ຄັນ​ຖາຍ​ທອດ​ມາ​ຈາກ​ໄມ​ໂຄຼຟິມ), ​ເລກ​ລະຫັດຂອງ ​​ໂຄງການ​ປົກ​ປັກ​ຮັກສາ​ໜັງສື​ໃບ​ລານ​ລາວ ພອມ​ທັງ​ໝາຍ​ເລກ​ຂອງ​ຮູບ​ພາຍ​ໃນ​ບົດ​ເລອງ​ນນໆ. ກອນ​ທ​ທານ​ຈະ​ເຫັນ​ຮູບ​ຕນ​ສະບັບ​ໃບ​ລານ ທາ​ນມັກ​ຈະ​ພົບ​ກັບ​ຮູບ​ບັນທຶກ​ຂ​ມູນ​ຈາກ​ໃບສຳ​ວດຂອງ​ໂຄງການ​ປົກ​ປັກ​ຮັກສາ​ໜັງສື​ໃບ​ລານ​ລາວ ​ເຊງກຳນົດ​ຊວາ DS1, DS2. ສຳ​ຫຼັບ​ພາບ​ສີ​ທ​ຖາຍ​ດວຍ​ກອງ​ດິຈິ​ຕອລນນ ​ໄດ​ມີ​ໃບສຳ​ວດພຽງ​ໃບ​ດຽວ​ຄື DS2.

ຂຶ້ນເທິງ

ພາສາ ​ແລະ ຕົວ​ອັກສອນ

ໜັງສື​ໃບ​ລານ​ສ່ວນ​ຫລາຍ​ຂຽນ​ເປັນອັກສອນ​ທັມ​ຮູບແບບ​ຕ່າງໆ ຫລື ​​ຂຽນ​ເປັນຕົວ​ລາວ​ບູຮານ, ​ເຊິ່ງ​​ຖື​ໄດ້​ວ່າ​ເປັນ​ຮູບ​ແບບ​ອັກສອນ​ລາວ​ເດີມ. ອັກສອນ​ທັມ​ແບບ​ລາວ, ​ແບບລ້ານ​ນາ ຫລື ​​​ແບບໄທ​ລື້​ນັ້ນ ​ຄ້າຍຄື​ກັນ​ຫລາຍ ​ແລະ ຄຳ​ສັບ​ໃນ​ພາສາ​ລາວ, ລ້ານ​ນາ ​ແລ​ະ​ ພາສາໄທ​ລື້​ ກໍ່ຄ້າຍຄື​ກັນ​. ຜູ້​​​​ໃດທີ່ຮູ້ພາສາ​ໃດ​ໜຶ່ງ​ ​ແລະ ຮູ້​ອັກສອນທັມ​ແບບ​ໃດ​ໜຶ່ງກໍ່​ສາມາດ​ອ່ານ​ໃບ​ລານ ຈາກ​ລາວ, ​ພາກ​ເໜືອ​ຕອນ​ບົນ ​ແລະພາກ​ຕາ​ເວັນ​ອອກສ່ຽງເໜືອ​ຂອງ​ປະ​ເທດ​ໄທ ​​ຫລື ສິບ​ສອງ​ປັນນາ​ ກໍ່ຈະ​ເຂົ້າ​ໃຈ​ເນື້ອ​ຫາ​​ໄດ້. ​ພຽງ​ແຕ່ການ​ອອກສຽງ​ ຈະ​ແຕກ​ຕ່າງ​ກັນຕາ​ມ​ແຕ່ລະທ້ອງ​​ຖິ່ນ​ນັ້ນໆ. ຍົກ​ຕົວຢ່າງ ຄຳ​ສັບ​ໃນ​ພາສາ​ປາລີ ທີ່​ຂຽນ​ດ້ວຍ​ພະຍັນຊະນະ​ໂຄສະ​ຄື b, d, g ຄົນ​ລາວ​ຈະ​ອ່ານ​ອອກສຽງ​​ເປັນ​ພະຍັນຊະນະ​ອະ​ໂຄສະ ຄື ​ເປັນສຽງ ພ, ທ, ຄ, ​​ແຕ່ຄົນ​ໄທ​​ລ້ານ​ນາ ຈະ​ອອກສຽງ​​ເປັນອັກສອນ​ອະ​ໂຄສະ ຄື ປ, ຕ, ກ ​ເປັນ​ຕົ້ນ. ອີກ​ຕົວຢ່າງ​ນຶ່ງ​ແມ່ນ​ສຳນຽງ​ເວົ້າ​ຂອງ​ໄທ​ລື້ ​ແລະ ​ໄທ​​ເໜືອ ສຽງ​ສະຫລະ​ປະສົມໃນ​ອະດີດ ​ໄດ້​ປ່ຽນ​ສຽງ​ມາ​ເປັນ​ສະຫລະ​ດ່ຽວ​ເຊັ່ນ : ​ເອຽ, ​ເອືອ, ອົວ ​ກາຍ​ມາ​ເປັນ​ສະຫລະ​ມູນ​ສຽງ​ດຽວ ຄື : ​ເອ, ​ເອີ, ​ແລະ ​ໂອ ​ແລະ ການ​ຂຽນ​ກໍ່ມັກປ່ຽນ​ໄປ​ຕາມ​ການ​ອອກ​ສຽງ. ​ເລື່ອງ​ທີ່​ລິດຈະນາ​ເປັນ​ພາສາ​ປາລີ ທີ່​ໃຊ້​ຕົວ​ອັກສອນທັມ​ແບບ​ໃດ​ນຶ່ງ ຕາມ​ປົກກະຕິກໍ່​​ຈະອ່ານ​ອອກສຽງ​ຕາມ​ລະບົບ​ສຽງ​ພາສາ​ພື້ນ​ເມືອງ​ຂອງ​ທ້ອງ​ຖິ່ນນັ້ນໆ.

ຄລິກບ່ອນ​ນີ້ ​ເພື່ອ​ເບິ່ງ​ສະຖິຕິ​ຂອງ​ຈຳນວນ​ເລື່ອງ ​ແລະ ຮູບ​ດິຈິ​ຕອລ ຈັດ​ຕາມ​ພາສາ ​ແລະ ຕົວ​ອັກສອນ.

ຄລິກບ່ອນ​ນີ້ ​ເພື່ອ​ເຂົ້າ​ໄປ​ເບິ່ງ​ຂໍ້​ມູນ ​ແລະ ​ແ​ຫລ່ງຂໍ້​ມູນ ສຳລັບ​ພາສາ​ກັບ​ຕົວ​ອັກສອນ ທີ່​ພົບ​ໃນ​ຫໍສະໝຸດ​ດິຈິ​ຕອລນີ້.

ຂຶ້ນເທິງ

ທະບຽນ​ຂໍ້​ມູນ

ການ​ຂຶ້ນ​ທະບຽນ​ຂໍ້​ມູນຄົ້ນຄວ້າ​​ຂອງ​ຫໍສະໝຸດດິຈິ​ຕອລນີ້ ​ແມ່ນ​ອີງ​ໃສ່​ຂໍ້​ມູນ​ໃນ​ໃບສຳ​ຫລວດ​ທີ່​ຂຽນ​ເປັນ​ພາສາ​ລາວ ​ໂດຍ​ນັກ​ຄົ້ນຄວ້າຂອງ​ໂຄງການປົກ​ປັກ​ຮັກສາ​ໜັງສື​ໃບ​ລານ​ລາວ ​ເຊິ່ງດຳ​ເນີນ​ມາ​ແຕ່​ປີ 1992 ຫາ ປີ 2002 ​ໃບ​ສຳ​ຫລວດ​ຂໍ້​ມູນ​ເຫລົ່າ​ນີ້​​ໄດ້ຖ່າຍ​ຮູບ​ໄວ້​ກ່ອນ​ຈະ​ຮອດ​ບົດ​ເລື່ອງ​ທັງໃນ​ໄມ​ໂຄຣຟີມ​ ​ແລະ ຫໍສະໝຸດ​ດິຈິ​ຕອລ​. ຈາກການ​ຄົ້ນຄວ້າ​ເພີ່ມ​ຕື່ມພາຍ​ໃຕ້​ໂຄງການ​ຫໍສະໝຸດ​ດິຈິ​ຕອລນີ້ ກໍ່​ໄດ້​ມີ​ການ​ແກ້​ໄຂ​ດັດ​ແປງ ​ແລະ ຕື່ມ​​ຂໍ້​ມູນຫລາຍ​ສົມຄວນ.

ຄວາມ​ແຕກ​ຕ່າງ​ລະຫວ່າງ​ໃບສຳ​ຫລວດ​ໂຄງການ​ປົກ​ປັກ​ຮັກສາ​ໜັງສື​ໃບ​ລານ​ລາວ ກັບ​ຂໍ້​ມູນ​ຫໍສະໝຸດ​ດິຈິ​ຕອລ ​ໄດ້​​ອະທິບາຍ​​ໄວ້ຢູ່​ໃນທະບຽນຂໍ້​ມູນ​ຄົ້ນຄວ້າ. ຢ່າງ​ໃດ​ກໍ່ຕາມ​ເນື່ອງ​ຈາກ ຈຳນວນ​ຫລວງຫລາຍ​ຂອງເອກະສານ ​ແລະ ​​ໄລຍະ​ເວລາ​ອັນ​ຈຳກັດ​ຂອງ​ໂຄງການ​ສ້າງ​ຫໍສະໝຸດ​ດິຈິ​ຕອລນີ້ ​ພວກ​ເຮົາ​ບໍ່ສາມາດ​ກວດກາຄວາມ​ຖືກຕ້ອງ​ຂອງ​​ຂໍ້​ມູນ​ກ່ຽວ​ກັບແຕ່​ລະ​ບົດ​ເລື່ອງ​ໄດ້. ດັ່ງ​ນັ້ນ​ທາງ​ໂຄງການຈຶ່ງ​ຮຽກຮ້ອງ​​ຜູ້​ຊົມ​ໃຊ້​ຂໍ້​ມູນ​ທັງຫລາຍ ຖ້າ​ຫາກ​ພົບ​ເຫັນ​ຄວາມ​ຜິດພາດ​ຢູ່​ບ່ອນ​ໃດ ​ໃຫ້ກະ​ລຸ​ນາ​ແຈ້ງ​ມາ​ໃຫ້​ຊາບ​ດ້ວຍ ​ເພື່ອ​ຈະ​ໄດ້​ແກ້​ໄຂ​ໃຫ້​ຖືກຕ້ອງ​. ຄລິກບ່ອນ​ນີ້ ​ເພື່ອ​ຕິດ​ຕໍ່​ຫໍສະໝຸດດິຈິ​ຕອລ.

ທ່ານ​ສາມາດ​ຄົ້ນ​ຫາ​ຖານ​ຂໍ້​ມູນ​ໄດ້ຄື ຕາມ​ຊື່​ເລື່ອງ, ຄຳ​ສັບ​ປະກອບ​ຊື່​ເລື່ອງ,​ ປີ​ລິດຈະນາ, ພາສາ, ຕົວອັກສອນ, ປະ​ເພດ​ເນື້ອ​ຫາ, ວັດສະດຸ, ບ່ອນ​ເກັບ​ມ້ຽນ ​ແລະ ​ເລກ​ລະຫັດ​ຂອງ​​ໂຄງການປົກ​ປັກ​ຮັກສາ​ໜັງສື​ໃບ​ລານ​ລາວ. ຕາຕະລາງ​ລຸ່ມ​ນີ້ ອະທິບາຍ​ຂໍ້​ມູນ​ທັງ​ໝົດ​​ປະຈຳ​ບົດ​ເລື່ອງຕ່າງໆ ​:

ຊື່​ເລື່ອງ

ຊື່​ເລື່ອງ​ໃນ​ທະບຽນ​ຂໍ້​ມູນ​ຂອງ​ຫໍ​ສະໝຸດດິຈິ​ຕອລນີ້ ​ແມ່ນອີງ​ໃສ່​ຊື່​ທີ່​ປາກົດ​ຢູ່​ໃນ​ເອກະສານ​ຕົວ​ຈິງ​ແຕ່ລະ​ເລື່ອງ ​ເຊິ່ງອາດ​ແຕກ​ຕ່າງ​ກັບ​ຊື່​ທີ່ປາກົດ​ຢູ່​ໃບສຳ​ຫລວດ​ຂອງ​ໂຄງການ​ປົກ​ປັກ​ຮັກສາ​ໜັງສືໃບ​ລານລາວ ​ແລະ ບັນທຶກ​ໄວ້​​ເທິງ​ຮູບ​ດິຈິ​ຕອລ​ແຕ່​ລະ​ຮູບ. ຕົວຢ່າງຄື ​ເລື່ອງ​​ໃດທີ່​ບໍ່​ປາກົດ​ຊື່ຢູ່​ໃນ​ເອກະສານ​ຕົວ​ຈິງ ກໍ່​ຂຶ້ນ​ທະບຽນ​ຂໍ້​ມູນ​ຂອງ​ຫໍສະໝຸດ​ດິຈິ​ຕອລວ່າ “ບໍ່​ປາກົດ​ຊື່​ເລື່ອງ” ເຖິງ​ແມ່ນ​ວ່າ​ທາງ​ໂຄງການປົກ​ປັກ​ຮັກສາ​ໜັງສື​ໃບ​ລານ​ລາວຈະ​ໄດ້​ຕັ້ງ​ຊື່​ໃຫ້​ແລ້ວ​ກໍ່ຕາມ ​ແລະ ຊື່​ນີ້​ປາກົດ​ຢູ່​ໃນ​ໃບສຳ​ຫລວດທີ່​ຖ່າຍ​ໄວ້​ໃນ​ໄມ​ໂຄຼຟີມ ​ແລະ ​ໃນຮູບ​ດິຈິ​ຕອລ.

ຄວາມ​ແຕກ​ຕ່າງ​ເຫລົ່າ​ນັ້ນ​ໄດ້​ບັນທຶກ​​ໄວ້​ໃນ​ໝາຍ​ເຫດ​ຂອງ​ທະບຽນ​ຂໍ້​ມູນ. ​ໃນ​ກໍລະນີ​ທີ່​ອັກຂະຣະວິທີ​ຕ່າງ​ກັນ ທາງ​ທະບຽນ​ຂໍ້​ມູນ​ໄດ້​ຮັກສາວິທີ​ຂຽນຊື່​ທີ່​ປາກົດ​ຢູ່​ຕາມເອກະສານ​ຕົວ​ຈິງ​ໄວ້ ​ແຕ່​ກໍ່​ໄດ້​ມີ​ການ​ດັດ​ແກ້​ອັກຂະຣະວິທີ​ໃນບັນຊີ​ຄົ້ນ​ຫາຊື່​ເລື່ອງ​ໃຫ້ງ່າຍ​ແລະ​ສະດວກ​ຂຶ້ນ. ການຄົ້ນ​ຫາ​ຊື່​ເລື່ອງ​​ເຮັດ​ໄດ້​ຢູ່​ສອງ​ວິທີ​ການ​ຄື: ຄົ້ນ​ຫາ​ໂດຍ​ພິມ​​ຊື່​ເລື່ອ​ງລົງ​ໃນ​ບ່ອນ​ທີ່​ຈັດ​ໄວ້ ຫລື ​ໂດຍ​ຄັດ​ເລືອກ​ຈາກ​ບັນຊີ​ລາຍ​ຊືທີ່​ຈັດ​ຕາມ​ລຳດັບ​ອັກ​ສອນ.

ຊື່​ເລື່ອງ​ສຳຮອງ

ໃນ​ທະບຽນ​ຂໍ້​ມູນ ຂອງ​ຫໍ​ສະໝຸດ​ດິຈິ​ຕອລ ລວມມີ​ບັນຊີລາຍ​ຊື່​​ສຳຮອງ ຂອງ​ບົດ​ເລື່ອງ​ຕ່າງໆຢູ່​ດ້ວຍ (ຍົກ​ເວັ້ນຊື່​ເລື່ອງ​ທີ່​ແຕກ​ຕ່າງ​ກັນ​ສະ​ເພາະ​​ແຕ່ໃນອັກຂະຣະວິທີ​​ເທົ່າ​ນັ້ນ). ​ຖ້າ​ທ່ານ​ຄັດ​ເລືອ​ກຊື່​​​ໃດຈາກບັນຊີ​ຄົ້ນຫາຊື່​​ເລື່ອງຜົນ​ຮັບ​ຈະປາກົດ​ຊື່​​ເລື່ອງຕ່າງໆທັງ​ໝົດ.

ຕົວ​ອັກສອນ

ຄົ້ນຫາ​​ໄດ້​ຕາມ ອັກສອນ​ທັມລາວ, ລາວ​ບູຮານ, ທັມ​ລ້ານ​ນາ, ທັມ​ລື້, ລີກ​ໄທ​ເໜືອ, ອັກສອນ​ໄທ​ດຳ,​ ຂອມ, ​ໄທ, ຫລື ອື່ນໆ.
ຄລິກບ່ອນ​ນີ້ ​ເພື່ອ​ເບິ່ງ​ຂໍ້​ມູນ​ເພີ່ມ​ຕື່ມກ່ຽວກັບ​ພາສາ ​ແລະ ຕົວ​ອັກສອນ​ທີ່​ມີ​ໃນ​ຫໍສະໝຸດ​ດິຈິ​ຕອລ.

ພາສາ

ຄົ້ນຫາ​ໄດ້​ຕາມ​ ພາສາປາລີ​ລ້ວນ, ພາສາລາວ, ພາສາລ້ານນາ (ຍວນ), ພາສາໄທລື້, ພາສາໄທເໜືອ, ພາສາໄທດຳ, ພາສາໄທ (ສະຫຍາມ), ອື່ນໆ, ຫລື ຕາມພາສາປາລີພ້ອມພາສາພື້ນເມືອງ ເຊັ່ນ ປາລີ ແລະ ລາວ, ປາລີ ແລະ ລ້ານນນາ, ປາລີ ແລະ ໄທລື້, ປາລີ ແລະ ໄທເໜືອ ຫລື ປາລີ ແລະ ໄທ.
ຄລິກບ່ອນ​ນີ້ ​ເພື່ອ​ເບິ່ງ​ຂໍ້​ມູນ​ເພີ່ມ​ຕື່ມກ່ຽວກັບ​ພາສາ ​ແລະ ຕົວ​ອັກສອນ​ທີ່​ມີ​ໃນ​ຫໍສະໝຸດ​ດິຈິ​ຕອລ.

ບ່ອນ​ເກັບ​ມ້ຽນຂອງ​​ເອກະສານ

ທ່ານ​ສາມາດ​ຄົ້ນ​ຫາບົດ​ເລື່ອງ​ໄດ້​ຕາມ​ບ່ອນ​ເກັບ​ມ້ຽນ ​ໂດຍ​ເລືອກ​ສະຖານ​ທີ່ຈາກ​ບັນຊີ​ແຂວງໃນ ສປປ.​ລາວ ​ແລະ 3 ​ແຫ​ລ່ງພິ​ເສດທີ່​ເກັບ​ມ້ຽນ​ຕົ້ນ​ສະບັບ​ໄວ້​ຢ່າງ​ຫລວງຫລາຍ ຄື : ຫໍສະໝຸດ​ແຫ່ງ​ຊາດ​ລາວ ​ນະຄອນຫລວງ​ວຽງ​ຈັນ, ​ພິພິທະ​ພັນ​ແຂວງຫລວງ​ພະ​ບາງ (ພະຣາຊະ​ວັງ​ເກົ່າ) ​ແລະ ວັດ​ໃໝ່​ສຸວັນນະ​ພູ​ມາຣາມ ​ແຂວງ​ຫລວງ​ພະ​ບາງ. ​ໃນ​ແຕ່ລະ​ແຂວງ​ທ່ານ​ສາມາດ​ຄົ້ນ​ຫາ​ຕົ້ນ​ສະບັບ​ໄດ້ ​ໃນ​ລະດັບ​ເມືອງ ​ແລະ ​ໃນ​ລະດັບ​ວັດ ຫລື ໝູ່​ບ້ານ ດ້ວຍ​ການຄຼິກຫ້ອງ​ສາມ​ຫລຽມເພື່ອຂະຫຍາຍ​ການ​​ເລືອກບ່ອນ​ເກັບ​ມ້ຽນ​ໃຫ້​ລະອຽດ​ຂຶ້ນ. ​ ທ່ານສາມາດຄົ້ນຫາ​ຫລາຍ​ກວ່າ​ໜຶ່ງ​ສະຖານ​ທີ່​ ​ໃນ​ການ​ຄົ້ນ​ຫາ​ຄັ້ງ​ໜຶ່ງໆ ກໍ່​ໄດ້.

ໃນ​ໜ້າ​ເຂົ້າ​ສູ່​ບົດ​ເລື່ອງ ທ່ານ​ສາມາດ​ເລືອກ​ຫ້ອງ ‘ສະ​ແດງ​ບົດເລື່ອງອື່ນຈາກ​ສະຖານ​ທີ່ດຽວ​ກັນ​​​’ ​ແລ້ວ​ທ່ານ​ຈະ​ໄດ້​ເຫັນ​ບົດ​ເລື່ອງ​ອື່ນໆ​ຈາກວັດ ຫລື ບ້ານ​ດຽວ​ກັນ.
ຄລິກບ່ອນ​ນີ້ ​ເພື່ອ​ເຂົ້າ​ເບິ່ງ​ສະຖິຕິ​ບົດ​ເລື່ອງ ​ແລະ ຮູບ​ດິຈິ​ຕອລ ຕາມ​ບ່ອນ​ເກັບ​ມ້ຽນ​ເອກະສານ.

ປີ​ລິດຈະນາ

ບົດ​ເລື່ອງ​ທີ່​ປາກົດ​ປີ​ລິດຈະນາ ສ່ວນ​ໃຫຍ່​ແລ້ວ​ໃຊ້​ປີ ຈຸນລະສັກກະຣາດ ​ເຊິ່ງ​ເລີ່​ມຕົ້ນ​ໃນ​ປີ 638 ຕາມ​ຄຼິດຕະສັກກະຣາດ ມີບາງ​ຕົ້ນ​ສະບັບ​​ໄດ້​ບັນທຶກ​ປີ​ລິດຈະນາ​ເປັນ ພຸດທະສັກກະຣາດ (​ເຊິ່ງ​ເລີ່​ມຕົ້ນ​ເມື່ອ​ປີ 543 ກ່ອນ​ຄຼິດຕະສັກກະຣາດ), ນອກຈາກ​ນັ້ນ ມີ​ບາງ​ຕົ້ນສະບັບ​ເຊິ່ງບັນທຶກ​ປີ​ລິດຈະນາ​ໄວ້​ຕາມ ຄຼິດຕະສັກກະຣາດ. ທ່ານ​ສາມາດຄົ້ນ​ຫາ​ບົດ​ເລື່ອງ​ໄດ້​ຕາມສັກກະຣາດ 3 ລະບົບ​ນີ້.

ບົດ​ເລື່ອງ​ໃດ​ທີ່​ບໍ່​ປາກົດ​ປີ​ລິດຈະນາ​ຕາມ​ສັກກະຣາດ 3 ລະບົບ​ນີ້ ​ໃນທະບຽນ​ຂໍ້​ມູນ​ບັນທຶກ​ໄວ້ວ່າ ‘ບໍ່​ປາກົດ​ປີ​ລິດຈະນາ’, ຢ່າງ​ໃດ​ກໍ່ຕາມ​ຫາກ​ມີຂໍ້​ມູນ​ເພີ່ມ​ຕື່ມ​ຈາກ​ປະຕິທິນ​ທ້ອງ​ຖິ່ນ​​ຈະໄດ້ບັນທຶກ​ໄວ້​ໃນໃບສຳຫຼວດ PLMP (DS2) ຊຶ່ງແມ່ນຮູບອັນດັບສອງຂອງແຕ່ລະບົດເລື່ອງ. ລາຍ​ລະອຽດ​ກ່ຽວ​ກັບ​ເດືອນ ຫລື ວັນ​ ບໍ່​ໄດ້​ນຳ​ເຂົ້າ​ສູ່​ທະບຽນ​ຂໍ້​ມູນ.

ຄຸນ​ນະພາ​ບຮູບດິຈິ​ຕອລ ອ່ານ​ໄດ້​ດີ
ສ່ວນ​ຫລາຍ​ອ່ານ​ໄດ້
ອ່ານ​ໄດ້​ແຕ່​ບາງ​ສ່ວນ
ອ່ານ​ໄດ້​ຍາກ

ການ​ຕີ​ລາຄາ​ຄຸນ​ນະພາ​ບ​ຮູບດິຈິ​ຕອລ ​ໃນ​ບົດ​ເລື່ອງ​ຕ່າງໆ ​ເຊິ່ງອີງ​ໃສ່​ລະດັບ​ຄຸນ​ນະພາ​ບຂອງ​ເອກະສານ​ຕົວ​ຈິງ ​ແລະ ຮູບ​ໃນ​ໄມ​ໂຄຣຟີມ.
ຄຸນ​ນະພາ​ບຮູບ​ດິຈິ​ຕອລຂອງ​ບົດ​ເລື່ອງ​ບາງ​ເລື່ອງ​ ອາດ​ດັດ​ແປງ​ແກ້​ໄຂ​ໃຫ້​ຊັດ​ເຈນ​ຂຶ້ນ​ໄດ້​ໂດຍ​ໃຊ້​ວິທີ​ການ​ປັບ​ແກ້​ຄຸນ​ນະພາ​ບຮູບ​ດິຈິ​ຕອລ ດ້ວຍ​ໂປຼ​ແກຼມຄອມ​ພິວ​ເຕີ.
ຄລິກບ່ອນ​ນີ້ ​ເພື່ອ​ເບິ່ງວິທີ​ການ​ປັບ​ແກ້​ຄຸນ​ນະພາ​ບຮູບ​ດິຈິ​ຕອລ (​ເປັນ​ພາສາ​ອັງກິດ).

ປະ​ເພດ​ເນື້ອ​ຫາ ພະ​ວິນັຍ
ພະ​ສູຕ
ພະ​ອະພິທັມ
ບົດ​ສູຕມົນ
ອານິສົງ/ສະຫຼອງ/ສອງ
ຊາດົກ
ໂອວາດ​ຄຳ​ສອນ
ປະ​ເພນີ/ພິທີກຳ
ທັມມະ​ທົ່ວ​ໄປ
ນິຍາຍ​ທັມມະ
ນິທານຊາວບ້ານ
ຕຳນານ​ພຸດທະ​ສາ​ສະນາ
ຕຳ​ນານ​ເມືອງ
ກົດໝາຍ
ອັກສອນສາດ
ວັນນະຄະດີ
ໂຫຣາສາດ
ຕຳຣາຢາ/​ໄສຍະສາດ
ຮວມຫລາຍ​ປະ​ເພດ​ເນື້ອ​ຫາ
ຍັງ​ບໍ່​ໄດ້​ກຳນົດ
ຄັງຂໍ້​ມູນຫໍສະໝຸດດິຈິ​ຕອລ ​ໃຊ້​ລະບົບ​ການຈັດ​ປະ​ເພດ​​ເນື້ອ​ຫາ​ແບບ​ດຽວ​ກັນ​ກັບ​ໂຄງການ​ປົກ​ປັກ​ຮັກສາ​ໜັງສື​ໃບ​ລານ​ລາວ ​ເຊິ່ງສ້າງ​ຂຶ້ນ​ເພື່ອ​ໃຫ້​ຜູ້​ຊົມ​ໃຊ້​ສາມາດ​ຄົ້ນ​ຫາ​ບົດ​ເລື່ອງ​ໄດ້​ໂດຍ​ງ່າຍ ​ແລະ ສະດວກ. ລະຫັດ 04 (ປາລີ​ລ້ວນ) ຂອງ​​ໂຄງການ​ປົກ​ປັກ​ຮັກສາ​ໜັງສື​ໃບ​ລານ​ລາວ ​ໄດ້ມີ​ການ​ດັດ​ແກ້ຄື ຈັດ​ເຂົ້າ​ຢູ່​ພາຍ​ໃຕ້​ໝວດ ‘ພາສາ’

ບົດ​ເລື່ອງ​ພາຍ​ໃຕ້ປະ​ເພດ​​ເນື້ອ​ຫາ ​ພະ​ວິນັຍ, ພະ​ສູຕ ​ແລະ ພະ​ອະພິທັມ ລວມມີ​ບົດ​ເລື່ອງ​ທີ່​​ບໍ່​ປາກົດ​ໃນ​ພະ​ໄຕຼປີດົກ​ຂອງ​ນິກາຍ​ເຖຣະວາດ.

ປະ​ເພດ​ເນື້ອ​ຫາຊາດົກ ລວມ​​ເຖິງ​ຊາດົກ​ໃນ​ນິບາດ ​ແລະ ຊາດົກ​ນອກ​ນິບາດ.

ອານິສົງ/ສະຫຼອງ/ສອງ ເປັນ​ບົດເລື່ອງທີ່​ອະທິບາຍ​ເຖິງ​ຜົນ​ຂອງ​ການກະທຳ​ກຸສະ​ລາ​ກັມ​ຕ່າງໆ (ສ່ວນ​ຫລາຍ​ຄົນ​ລາວ​ເອີ້ນ​ວ່າ ສະຫຼອງ​ ຫລື ສອງ)

ອິງ​ຕາມ​ເນື້ອ​ຫາບົດ​ເລື່ອງບາງ​ບົດ​ອາດ​​ຈັດ​ເຂົ້າຢູ່​​ສອງ ຫລື ສາມປະ​ເພດ​ເນື້ອ​ຫາກໍ່​ໄດ້.

ຄຳ​ສັບ​ປະກອບ​ຊື່​ເລື່ອງ

ໃນ​​ແວດ​ວົງ​ວັນນະ​ຄະດີ​ລາວ​ເດີມ ມັກ​​ໃຊ້​ຄຳ​ສັບ​ປະກອບ​ຊື່​ເລື່ອງ ​ເຊິ່ງອາດ​ບອກປະ​ເພດ​ເນື້ອ​ຫາ​ເຊັ່ນ ສະຫຼອງ, ຕຳນານ, ຊາ​ດົກ, ຫລື​ບົ່ງ​ບອກ​ວິທີແປ​ພາສາ​ເຊັ່ນ ສັບ, ນິ​ໄສ,​ ໂວຫານ, ຫລື ​​ບົ່ງ​ບອກ​ແບບ​ສັນທະ​ລັກ​​ເຊັ່ນ ​ໂຄງ, ຄຳ​ກອນ, ສະໝາດ, ລວມທັງ​ຍົດ​ຖາ​ບັນດາສັກ ​ແລະ ຄຳ​ທັກ​ທາຍ​ຕ່າງໆເຊັ່ນ ກ່ຳພ້າ, ​ເຈົ້າ, ທ້າວ, ນາງ, ພະຍາ ​ແລະ ອື່ນໆ. ຫາກ​ທ່ານ​ຕ້ອງການ ທ່ານ​ກໍ່​ສາມາດ​ຄົ້ນ​ຫາ​ບົດ​ເລື່ອງ​ຕາມ​ຄຳ​ສັບ​ປະກອບ​ຊື່​ເລື່ອງ​ກໍ່​ໄດ້.

ວັດສະດຸ ໃບ​ລານ
ເຈ້ຍ​ສາ
ເຈ້ຍ​ຂ່ອຍ
ອື່ນໆ

ຕົ້ນ​ສະບັບ​ສ່ວນ​ໃຫຍ່ ​ແມ່ນ​​ເປັນໜັງສື​ໃບ​ລານ.

ຄວາມ​ຄົບ​ບໍລິບູນ ຄົບ
ບໍ່​ຄົບ

ໃນ​ຄັງ​ຂໍ້​ມູນ​ນີ້ ລວມ​ມີບົດ​ເລື່ອງ​ທີ່​ບໍ່​ຄົບຢູ່​ນຳ ຍ້ອນ​ແມ່ນ​ເລື່ອງ​ສຳຄັນ​ເປັນ​ພິ​ເສດ.

ຈຳ​ນວນ​ຜູກ

ໜັງສື​ໃບ​ລານ​ຜູກ​ໜຶ່ງ ຖ້າ​ແມ່ນ​ບົດ​ເລື່ອງ​ກ່ຽວກັບ​ພຸດທະ​ສາສະໜາ​ໂດຍ​ກົງ ປົກກະຕິມີ​ປະມານ 6-12 ​ໃບ,​ ​ເຊິ່ງມັດ​ໜຶ່ງ​ໆ​ມັກ​ຈະ​ມີ​ບໍ່​ເກີນ 12 ຜູກ​. ສ່ວນ​ບົດ​ເລື່ອງ​ທົ່ວ​ໄປນັ້ນຜູກ​ດຽວ​ອາດ​ມີ​ຮອດ​ຫລາຍ​ຮ້ອຍ​​ໃບ. ​ສ່ວນ​ບົດເລື່ອງ​ໃດ​ທີ່​ຂຽນ​​ໃສ່​ເຈັ້ຍກໍ່​ຈະ​ຈົບ​ຢູ່​ໃນ​ເຫລັ້ມ​ດຽວ ​ແລະ ທາງ​ຄັງ​ຂໍ້​ມູນຖື​ວ່າ​​ເທົ່າ​ກັບ​ໜຶ່ງ​ຜູກ.

ຈຳນວນ​ໃບ

ສຳລັບ​ໜັງສື​ໃບ​ລານ, ​ໃບ​ລານ​ໜຶ່ງ​ເຊິ່ງມີ​ສອງ​ໜ້າ ການ​ນັບ​ຈຳ​ນວນ​ຂອງ​ຄົນ​ລາວ ບໍ່​ໄດ້​ນັບ​ໜ້າ​ລານ​ແຕ່​ນັບ​​ເປັນ​ໃບ. ສຳລັບ​​ເອກະສານ​ທີ່​ໃຊ້​ເຈ້ຍ ທາງ​ຄັງ​ຂໍ້​ມູນ​ຖື​ວ່າ​ຈຳນວນ​ໃບ​ໝາ​ຍ​ເຖິງ​ຈຳນວນ​ໜ້າ.

ສະພາບ​ເອກະສານ ດີ
ຊຳ​ລຸດໜ້ອຍ
ຊຳ​ລຸດຫລາຍ

ບາງ​ເລື່ອງ ຫລື ບາງ​ໜ້າ​ທີ່​ຊຳ​ລຸດ​ແຕ່​ມີ​ຄວາມ​ສຳຄັນ​​ເປັນ​ພິ​ເສດ ທາງ​ຫໍ​ສະໝຸດ ກໍ​ໄດ້​ຈັດ​ເຂົ້າ​ໃນ​ຄັງ​ຂໍ້​ມູນ.

ຄຳ​ບັນທຶກ​ຂອງຜູ້​ລິດຈະນາ ມີ ຫລື ບໍ່​ມີ

ຂໍ້​ມູນ​ນີ້​ບອກໃຫ້​ຮູ້​ວ່າ​ເລື່ອງ​ໃດ ​ມີ ຫລື ບໍ່​ມີ ຄຳ​ບັນທຶກ​ຂອງ​ຜູ້​ລິດຈະ​ນາ. ທ່ານສາມາດ​ຄົ້ນ​ຫາ​ແຕ່​ສະ​ເພາະ​ບົດ​ເລື່ອງ​ທີ່​ມີ​ຄຳ​ບັນທຶກ​ຂອງ​ຜູ້​ລິດຈະນາ​ເທົ່າ​ນັ້ນ.

ຮູບ​ແຕ້ມ ມີ ຫລື ບໍ່​ມີ

ຂໍ້​ມູນ​ນີ້​ບອກ​ໃຫ້​ຮູ້​ວ່າ ບົດ​ເລື່ອງ​ໃດ​ມີ​ຮູບ​ແຕ້ມປະກອບ ຫລື​ ບໍ່ມີ.
ທ່ານສາມາດ​ຄົ້ນ​ຫາ​ແຕ່​ສະ​ເພາະ​ບົດ​ເລື່ອງ​ທີ່​ມີ​ຮູບ​​ແຕ້ມປະກອບ​ເທົ່າ​ນັ້ນ.

ໝາຍ​ເຫດ

ຂໍ້​ມູນ​ເພີ່ມ​ຕື່ມ ​ກ່ຽວຂ້ອງ​ກັບ​ບົດ​ເລື່ອງຕ່າງໆ ​ເຊັ່ນ ລາຍ​ລະອຽດ​ຂອງ​ຜູກ, ການ​ດັດ​ແກ້ ຂໍ້​ມູນ​ຂອງ​ໂຄງການປົກ​ປັກ​ຮັກສາ​ໜັງສື​ໃບ​ລານ​ລາວ ​ແລະ ອື່ນໆ.

ເລກ​ລະຫັດຂອງ​ໂຄງການປົກ​ປັກ​ຮັກສາ​ໜັງສື​ໃບ​ລານ​ລາວ

ເລກ 13 ​ໂຕ ​ແມ່ນ​ເລກ​ລະຫັດສະ​ເພາະ​ແຕ່ລະ​ເລື່ອງ ​ທີ່​ທາງ​ ໂຄງການປົກ​ປັກ​ຮັກສາ​ໜັງສື​ໃບ​ລານ​ລາວໄດ້​ກຳນົດ​ໃຫ້ ​ເລກ​ລະຫັດ​ນີ້ບອກ​ເຖິງ​ແຂວງ, ​ເມືອງ, ວັດ, ປະ​ເພດ​ເນື້ອ​ຫາ, ຈຳນວນ​ມັດ, ​ແລະ ຈຳນວນ​ບົດ​ເລື່ອງ​ພາຍ​ໃນ​​ມັດ. ເລກລະຫັດ​ນີ້ປາກົດຢູ່​ກ້ອງ​ຮູບ​ດິຈິ​ຕອລ​​ແຕ່ລະຮູບ. ທ່ານສາມາດ​ຄົ້ນ​ຫາຂໍ້​ມູນ​ໄດ້​ຕາມ​ເລກລະຫັດ 13 ​ໂຕ​ທັງ​ໝົດ (ຖ້າ​ທ່ານ​ຊອກ​ຫາ​ບົດ​ເລື່ອງ​ສະ​ເພາະ​ເລື່ອງ​ໃດ​ເລື່ອງ​ໜຶ່ງ) ຫລື ຄົ້ນ​ຫາ​ຕາມ​ເລກ 11 ​ໂຕ​​ເທົ່າ​ນັ້ນ (​ຖ້າ​ທ່ານຊອກ​ຫາບົດ​ເລື່ອງ​ທັງ​ໝົດ​ທີ່​ມີ​ໃນ​ມັດ​ໜຶ່ງໆ).

ຂຶ້ນເທິງ

ອັກຂະຣະວິທີ​ລາວ​ໃນ​ຫໍສະໝຸດ​ດິຈິ​ຕອລ

ໂດຍ​ທົ່ວ​ໄປ​ແລ້ວ ຊື່​ບົດ​ເລື່ອງ​ຕ່າງໆ​ໃນ​ທະບຽນ​ຂໍ້​ມູນຂອງ​ຫໍສະໝຸດດິຈິ​ຕອລນີ້​ ໄດ້​ບັນທຶກ​ຕາມ​ຫລັກການ​ອັກຂະຣະວິທີພາສາ​ລາວ​ແບບ​ໃໝ່ ​ທີ່ລັດຖະບານ ສ.ປ.ປ.ລາວ ​ໄດ້​ນຳ​ມາ​ໃຊ້​ພາຍ​ຫລັງ​ການ​ປົດ​ປ່ອຍ​ໃນ​ປີ 1975 ​​ເປັນ​ຕົ້ນ​ມາ ​​ເຊິ່ງເປັນ​ການ​ຂຽນ​ສະກົດຄຳ​ຕາມ​ການ​ອອກສຽງ​​ໃນ​ເວລາ​ປັດຈຸບັນ. ​ແຕ່ກໍ່​ມີ​ຂໍ້​ຍົກ​ເວັ້ນຢູ່ຈຳນວນ​ໜຶ່ງ​ ເພື່ອ​ຮັກສາ​ຂໍ້​ມູນ​ດ້ານ​ພາສາ​ສາ​ດ​​ໄວ້ ​ເຊິ່ງຈະ​ອຳນວຍ​ຄວາມ​ສະດວກ​ໃນ​ການ​ຮັບ​ຮູ້ຄວາມ​ໝາຍ​ຂອງ​ຄຳ​ສັບທີ່​ຢືມ​ມາ​ຈາກ​ພາສາ​ປາລີ ຫລື ສັນສະກິດ ຕົວຢ່າງ​ເຊັ່ນ : ​​ໃນ​ການ​ສະກົດ​ຊື່​ເລື່ອງ​ທີ່​​ໃຊ້ຕົວ ຣ ​ແລະ ອອກສຽງ​ເປັນ ລ ທາງ​ຫໍສະໝຸດ​ດິຈິ​ຕອລ​ໄດ້​​ໃຊ້​ຕົວ ຣ ຕາມ​ເດີມ, ນອກຈາກ​ນັ້ນ ການ​ສະ​ກົດ​ພະຍັນຊະນະ​ທ້າຍ​ຄຳຢືມ​ຈາກ​ພາສາ​ປາລີ ຫລື ​ສັນສະກິດ ກໍ່​ໄດ້​ບັນທຶກ​ດ້ວຍ​ພະ​ຍັນ​ຊະນະ​ທີ່​ອີງ​ໃສ່​ຫລັກການນິຣຸກຕິ​ສາດ​ເຊັ່ນ ສັພ (ອ່ານ​ອອກ​ສຽງ​ວ່າ ‘ສັບ’ ຈາກສັນສະກິຼດ : ສັພທະ), ສູຕ (ອ່ານ​ອອກ​ສຽງ​ວ່າ ‘ສູດ’ ຈາກ​ສັນສະກຼິດ : ສູຕຣະ), ທັມ ຫລື ທັມມະ (ອ່ານ​ອອກ​ສຽງ​ວ່າ ‘ທຳ’, ‘ທຳ​ມະ’ ຈາກ​ປາສາ​ປາລີ : ທັມມະ), ທັມມາດ (ຈາກ​ພາສາ​ປາລີ : ທັມມາ​ສະ​ນະ), ທາຕຸ (ອ່ານ​ອອກສຽງ​ວ່າ ‘ທາດ’ ຈາກ​ພາສາ​ປາລີ : ທາຕຸ), ສັທທະ​ສາຣັຕຖະ (ອ່ານ​ອອກສຽງ​ວ່າ ‘ສັດທະ​ສາ​ລັດຖະ’) ​ເປັນ​ຕົ້ນ.

ສ່ວນ​ຊື່​ບົດ​ເລື່ອງທີ່​ບໍ່​ແມ່ນ​ພາສາ​ລາວ ​​ແຕ່​ແມ່ນ​ພາສາລ້ານ​ນາ (​ໄທ​ຍວນ), ໄທ​ລື້, ໄທ​ເໜືອ, ກໍ່ໄດ້ສະກົດ​ຂຽນຕາມ​ການ​ອອກສຽງ​ຂອງ​ພາສາລາວຄື​ກັນ​.

ຂຶ້ນເທິງ

ບັນ​ນາ​ນຸກົມ

Abhay_1959
Nhouy Abhay, ‘Versification’ in René de Berval, (ed.), Kingdom of Laos: The Land of the Million Elephants and of the White Parasol. Saigon: France-Asie, 1959: 345-58.

Cowell_1895
Cowell, E.B. (ed.), The Jataka or Stories of the Buddha’s Former Births. London: The Pali Text Society, 1895-1907 (six volumes).

Enfield_1999
Enfield, N.J., ‘Lao as a National Language’ in Grant Evans (ed.) Laos: Culture and Society. Chiang Mai: Silkworm Books, 1999: 258-290.

Enfield_2007
Enfield, N.J., A Grammar of Lao. New York: Mouton de Gruyter, 2007.

Finot_1917
Finot, Louis, ‘Recherches sur la littérature laotienne’ in Bulletin de l’École française d’Extrême-Orient] (BEFEO 17.5, 1917): 1-128.
Click here to see a PDF version of this paper.

Horner_1986
Horner, I. B., and P. S. Jaini, Apocryphal Birth-stories (Paññāsa-Jātaka). London: Routledge & Kegan Paul, 1986.

Kanchanawan_2006
Nitaya Kanchanawan, ‘Romanization, Transliteration, and Transcription for the Globalisation of the Thai Language’ in The Journal of the Royal Institute of Thailand, Vol. 31 No. 3 (2006): 832-841.

Rhys Davids_1921-25
Rhys Davids, T.W., and William Stede (eds.), Pali-English Dictionary. London: Pali Text Society, 1921-25.

ຂຶ້ນເທິງ