DIGITAL LIBRARY OF LAO MANUSCRIPTS

ອະທິບາຍຄຳສັບ ​ໃນ​ຫໍ​ສະໝຸດດິຈິ​ຕອລ

ຄຳອະທິບາຍ​​ລຸ​ມ່ນີ້​ ​ແມ່ນ​ການ​ກຳນົດຄວາມ​ໝາຍ​ຂອງຄຳ​ສັບ​ຕ່າງໆ ທີ່​ໃຊ້​ຢູ່​ໃນ​ຖານ​ຂໍ້​ມູນ ​ແລະ ​ເວັບ​ໄຊຂອງ​ພວກ​ເຮົາ​ເທົ່າ​ນັ້ນ ບໍ່​ແມ່ນ​ການ​ນິຍາມ​ສັບ​​ແບບ​ວັດຈະນານຸກົມ.


ຄຳສັບ ຄຳອະທິບາຍ
ຄຳ​ບັນທຶກ​ຂອງ​ຜູ້​ລິດຈະນາ ເປັນ​ບົດ​ບັນທຶກ​ຂອງ​ຜູ້​ລິດຈະນາ ​ເຊິ່ງສ່ວນ​ຫລາຍ​ມັກ​ຈະ​ປາກົດ​ຢູ່ໃນ​ໜ້າ​ສຸດ​ທ້າຍຂອງຕົ້ນ​ສະບັບ​​ໃບ​ລານ. ​ເປັນ​ຂໍ້ຄວາມບອກ​ຊື່​ຂອງ​ຜູ້ຈານ, ຊື່ຜູ້​ອຸປະຖຳ​ການຈານ​ໃບ​ລານ, ​ວັນ​ເດືອນ​ປີ ​​ແລະ ສະຖານ​ທີ່ຂອງ​ການ​ກ່າຍຂອງ​ບົດ​ເລື່ອງ, ຄຳ​ບັນທຶກ​ ຫລື ຄຳ​ປາຖະໜາ​ຂອງ​ຜູ້​ຈານ ​ແລະ ອື່ນໆ. ຄຳ​ບັນທຶກ​ດັ່ງກ່າວ​ອາດ​ປາກົດຢູ່​ທ້າຍ​ຜູກ​ໃບ​ລານພາຍ​ໃນ​ມັດ ຫລື ​ເທິງ​ໜ້າ​ປົກ​ຂອງ​ພັບ​ສາກໍ່​ໄດ້.
ເຈັ້ຍ​ຂ່ອຍ ເຈັ້ຍ​ທີ່ເຮັດ​ມາ​ຈາກ​ຕົ້ນ​ຂ່ອຍ, ສະໝຸດ​ຂ່ອຍ ​​ເຊິ່ງສ່ວນ​​ໃຫຍ່​ໃຊ້​ຢູ່​ໃນ​ປະ​ເທ​ດສະ​ຫຍາມ ແມ່ນ​ມີ​ລັກສະນະ​ດຽວ​ກັນ​ກັບ​ພັບ​ສາ.
ເຈັ້ຍ​ສາ ເຈັ້ຍ​ທີ່​ເຮັດ​ມາ​ຈາກ​ເປືອກ​ຕົ້ນ​ສາ. ປື້​ມ​ເຈັ້ຍ​ມອນ ຫລື ​ເຈັ້ຍ​ສາ ທີ່​ເຮັດ​ຢູ່​ລາວ​ມີ​ລັກສະນະ​ມັດ​ດ້ວຍ​ເຊືອກ​ຢູ່​ຫົວ ຫລື ​ເຮັດ​ຄື​ພັບ​ກໍ່​ໄດ້ ສ່ວນ​ຫລາຍ​ມັກ​ນຳ​ໃຊ້​ໂດຍ ​ໄທ​ລື້ ​ແລະ ​ໄທ​ເໜືອ.
ຈຸນລະສັກກະຣາດ ໜຶ່ງ​ໃນ​ລະບົບ​ການ​ນັບ​ປີ​ລິດຈະນາ​ທີ່​ປາກົດ​ຢູ່ໃນ​ເອກະສານ​ບູຮານ​ຂອງ​ລາວ. ​ເລີ່​ມນັບ​ແຕ່​ປີ 638 ຄຼິດຕະສັກກະຣາດ.
ສະຫຼອງ ເບິ່ງ​ຄຳ​ວ່າ ອານິສົງ ຂ້າງ​ລຸ່ມ.
ສູຕ ເປັນ​ເລື່ອງ​ເລົ່າ​ເຖິງຄະຕິຄຳ​ສອນທາງ​ພຸດທະ​ສາສະໜາ ໃນ​ຫໍສະໝຸດ​ດິຈິ​ຕອລ ມີ​​ບົດເລື່ອງ​ຈຳນວນໜຶ່ງ​ ​ເຊິ່ງປາກົດຄຳ​ວ່າ​ ‘ສູຕ’ ​ເປັນ​ສ່ວນ​ໜຶ່ງ​ຂອງ​ຊື່ ​ແມ່ນ​​ເປັນ​​ເລື່ອງສອງ​ພາສາ, ບາງ​​ເລື່ອງແປພາສາ​ປາລີ​​ມາ​ເປັນ​ພາສາ​ລາວແບບ​ຂະຫຍາຍ​ຄວາມ ​ເຊິ່ງ​ໄດ້​ໃຫ້​ຄວາມ​ແຈ່ມ​ແຈ້ງ​ຕໍ່ການ​ເຂົ້າ​ໃຈ ​ແລະ ການຕີ​ຄວາມ​ເນື້ອ​ຫາ​ອັນ​ເປັນ​ພາສາ​ປາລີ ຂອງ​ນັກປາດ​ຊາວ​ລາວ. ​ນອກຈາກ​ນັ້ນ​ມີ ‘ສູຕ’ ຕ່າງໆ ທີ່​ບໍ່​ປາກົດ​ຢູ່​ໃນ​ພຼະ​ໄຕຼປີດົກ ​ແລະ ບໍ່​ມີ​ຄວາມ​ກ່ຽວຂ້ອງ​ກັບ ‘ສູຕ’ ທີ່ມີ​ຊື່​ດຽວ​ກັນ​ໃນ​ພຼະ​ໄຕຼປີດົກ. ປະ​ເພດ​ ‘ສູຕ’ ​ໃນ​ຖານ​ຂໍ້​ມູນ​ຂອງຫໍ​ສະໝຸດ​ດິຈິ​ຕອລ ​ໄດ້​ຮວມ​ເອົາ​ບົດເລື່ອງ​ຕ່າງໆ​ໄວ້ ບໍ່​ວ່າ​ຈະ​ມີຢູ່​ໃນພຼະ​ໄຕຼປີດົກ ຫລື ​ບໍ່​ຢູ່​ກໍ່ຕາມ.
ຊາດົກ ໝາຍ​ເຖິງ​ນິທານ​ເລົ່າ​ເລື່ອງ​ຈາກຊາດກ່ອນ​ຂອງສຳ​ມາ​ສຳ​ພຸດທະ​ເຈົ້າ​ ​ໃນ​ພຼະ​ໄຕຼປີດົກ​ພາສາ​ປາລີມີຊາດົກ 547 ​​ເລື່ອງ ​ແຕ່​ໃນ​ພູມີພາກ​ອາຊີ​ອາຄະ​ເນ ປາກົດ​ວ່າມີ​ນິທານ​ຊາດົກ​​ເພີ່ມ​ຕື່ມເປັນ​ຈຳນວນຫລວງ​ຫລາຍ. ​ໃນຫໍສະໝຸດ​ດິຈິ​ຕອລ ມີ​ປັນຍາ​ຊະຊາດົກ ຫລື ຫ້າ​ສິບ​ຊາດ ​ເປັນ​ສອງ​ພາສາ (ປາລີ-ລາວ) ຄົບ​ຊຸດຢູ່​ດ້ວຍ, ນອກ​ນັ້ນ​ຍັງ​ມີ​ ‘ຫ້າ​ສິບ​ຊາດ’ ປະມານຊາວກວ່າມັດຈາກຊຸດຕ່າງໆ ທີ່​ບໍ່​ຄົບ. ​​ເລື່ອງ​ປັນຍາ​ຊະຊາດົກ​ເປັນທີ່​ນິຍົມ​ຊົມ​ຊອບ​ໃນ​ທົ່ວອາຊີ​ອາຄະ​ເນ ​ແລະ ສັນນິ​ຖານ​ວ່າ​ບັນດາ ນິທານ ‘ຫ້າ​ສິບ​ຊາດ’ ນີ້ມີ​ການ​ປະດິດ​ຂຶ້ນ​ຢູ່​ພູມີພາກ​ນີ້ ​ແລະ ອາດ​ແມ່ນ​ຜົນງານ​ຂອງ​ນັກປາດ​ຊາວ​ລ້ານ​ນາກໍ່​ໄດ້.
ຊື່​ເລື່ອງ​ສຳຮອງ ໃນ​ວັນນະຄະດີ​ລາວ​ບູຮານປາກົດ​ວ່າ​ມີ​ບົດ​ເລື່ອງ​ຕ່າງໆ ທີ່​ມີ​ຊື່​ຢູ່​ຫລາຍ​ກວ່າ​ໜຶ່ງ​ຊື່ ​ເຊິ່ງ​ຫໍສະໝຸດ​ດິຈິ​ຕອລ​ເອີ້ນ​ວ່າ ‘ຊື່​​​ສຳຮອງ’ ຊື່​​ເລື່ອງສຳຮອງ​ນີ້ມີ​ສອງ​ຢ່າງຄື : (1) ຊື່​​ທີ່​ແຕກ​ຕ່າງ​ກັນ​ສະ​ເພາະ​ໃນ​ແງ່​ອັກຂະຣະວິທີ​​ເທົ່າ​ນັ້ນ ​ແລະ (2) ຊື່​​ທີ່​ແຕກ​ຕ່າງ​ກັນ​​ໂດຍ​ສິ້ນ​ເຊິ​ງ. ​ສຳລັບ​ຊື່​ເລື່ອງ​ສຳຮອງ​ແບບ​ (1) ມີ​ການ​ຮັກສາ​ອັກຂະ​ຣະວິທີ​ເດີມ​ໄວ້​ໃນ​ຖານ​ຂໍ້​ມູນ ​ແຕ່​​ໄດ້ດັດ​ແກ້​ໃຫ້​ງ່າຍ​ຂຶ້ນ​ໃນ​ບັນຊີຄົ້ນ​ຫາຊື່​ເລື່ອງ, ສ່ວນ​ແບບ​ (2) ໝາຍ​ເຖິງ​ຊື່​ສຳຮອງຂອງບົດເລື່ອງ​ດຽວ​ກັນທີ່​ບໍ່​ຄື​ກັນ​ເລີຍ ​ເຊັ່ນ ‘ສຸ​​ພົມມະ​ໂມກຄະ’ ​ແລະ ‘ໝາ​ເກົ້າ​ຫາງ’ ​ເປັນ​ຕົ້ນ. ​ໃນ​ກໍລະນີ​ແບບ​ນີ້ ​ຖ້າ​ທ່ານ​ຄົ້ນ​ຫາຊື່​​ເລື່ອງສຳຮອງ​ອັນ​ໃດ​ອັນ​ໜຶ່ງ ​ຜົນ​ຮັບ​ຈະ​ປາກົດບົດ​ເລື່ອງ​ທີ່​ກ່ຽວຂ້ອງ​ທຸກ​ເລື່ອງ.
ນອກ​ນິບາດ

ໝາຍ​ເຖິງ​ເລື່ອງ​ຕ່າງໆ​ທີ່​ບໍ່​ນອນ​ຢູ່​ໃນພຼະ​ໄຕຼປີດົກຂອງ​ນິກາຍ​ເຖຣະວາດ, ​ແຕ່​ໄດ້​ຮັບ​ການ​ນັບຖື​ທຽບ​ເທົ່າ​ກັນ​​ໃນວັດທະນະທຳ​ພຸດທະ​ສາສະໜາ​ຢູ່​ອາຊີ​ອາຄະ​ເນ.

ຄັງ​ຂໍ້​ມູນ​ຂອງ​ຫໍສະໝຸດ​ດິຈິ​ຕອລ ບັນຈຸເລື່ອງ​ນອກ​ນິບາດ​ຢູ່ຈຳນວນ​ຫລາຍ, ​ສ່ວນ​ຫລາຍແມ່ນ​ວັນນະຄະດີ​ປະ​ເພດ​ເລົ່າ​ເລື່ອງ​ ​ໂດ​ຍສະ​ເພາະ​ຢ່າງ​ຍິ່ງ​ແມ່ນເລື່ອງ​ຊາດົກ​ ​ເຊິ່ງ​ເຊື່ອ​ກັນ​ວ່າ​ນັກປາດ​ອາຈານ ​ໃນ​ພູມິພາກ​ນີ້​ເປັນ​ຜູ້​ປະດິດ​ຄິດ​ຂຶ້ນ​ຢູ່ສ່ວນ​ໜຶ່ງ. ​ເບິ່ງ​ຄຳ​ວ່າ ຊາດົກ.

ໃບ ໂດຍ​ປົກກະຕິ​ແລ້ວ​ໜັງສືໃບ​ລານລາວ​ແຕ່ລະ​​ໃບ​ ​ຈານ​ອັກສອນ​ໃສ່​ 4-5 ​ແຖວ ທັງສອງ​ໜ້າ​ໂດຍ​ເນື້ອ​ຫາ​ຕໍ່​ເນື່ອງ​ກັນ. ​ ​ແຕ່ລະຮູບ​ດິຈິ​ຕອລບັນທຶກ​ໜ້າ​ລານ​ໄວ້​ປະມານ 6-7 ​ໜ້າ​ລານ​ ​ຮູບ​ໜຶ່ງ​ບັນທຶກ​ໜ້າ​ລານອັນມີ​​ເລກຄີກ 1,​ 3,​ 5, 7, 9, 11, 13 ​ແລະ ​ຮູບ​ຕໍ່​ໄປບັນທຶກ​ໜ້າ​ລານອັນ​ມີເລກ​ຄູ່ 2,​​ 4, ​6, 8, 10, 12, 14. ທັງ​ນີ້​ເພື່ອ​ບໍ່​ໃຫ້​ເປືອງ​ເນື້ອ​ທີ່ ຜູ້​ໃຊ້​ອ່ານ​ຂໍ້​ມູນ ຮູບ​ດິຈິ​ຕອລຈຶ່ງ​ຕ້ອງ​ອ່ານ​ຈາກໜ້າ​ລານ​ເລກ​ຄີກ​ມາ​ຕໍ່ໜ້າ​ລານ​​ເລກ​ຄູ່​ເລື້ອຍໆ ສຳລັບ​ການ​ນັບລຳດັບໃບ​ລານນັ້ນ ກໍ​ໄດ້​ໃຊ້​ວິທີ​ການ​ແຕກ​ຕ່າງ​ກັນ​ຫລາຍ​ແບບ ຕາມ​ແບບ​ດັ້ງ​ເດີມ​ແລ້ວ​ແມ່ນ​ໃຊ້​ຕົວ​ອັກສອນ​ປະສົມ​ກັບ​ສະຫລະ​ສຽງ​ສັ້ນ ​ແລະ ສຽງ​ຍາວ​ແທນ​ຕົວ​ເລກ ປົກກະຕິ​ແລ້ວ​ເພິ່ນ​ມັກ​ຂຽນ​ໃສ່ໝາຍ​ລຳດັບ​ດ້ານ​ຫລັງ​ໃບ​ລານ. ສຳ​ລັບ​ໜັງສື​ໃບ​ລານ​ການ​ນັບ​ລຳດັບ​ກໍ່​ນັບ​ເປັນ​ໃບ​ແຕ່​ວ່າ​ສຳລັບ​ພັບ​ສາ​ນັບລຳດັບ​ເປັນ​ໜ້າ.
ບົດເລື່ອງ ຄຳ​ສັບ​ນີ້​ ໝາຍ​ເຖິງ​ເອກະສານສະ​ເພາະ​ເລື່ອງ​ໃດ​ເລື່ອງ​ໜຶ່ງ ທີ່​ໄດ້​ນຳ​ເຂົ້າ​ສູ່​ຄັງ​ຂໍ້​ມູນຂອງຫໍສະໝຸດ​ດິຈິ​ຕອລ. ​ແຕ່ລະບົດ​ເລື່ອງ​ມີລະຫັດ​ເລກ 13 ​ໂຕ ​ເຊິ່ງ​ໄດ້​ກຳນົດ​ໄວ້​ພາຍ​ໃຕ້​ໂຄງການປົກ​ປັກ​ຮັກສາ​ໜັງສື​ໃບ​ລານ​ລາວ.
ຜູກ ໂດຍ​ທົ່ວ​ໄປ​​ແລ້ວໜັງສື​ໃບ​ລານ​ທີ່​ເປັນ​ເລື່ອງ​ກ່ຽວ​ກັບ​ພຸດທະສາ​ສະໜາ​ໂດຍ​ກົງຜູກ​ໜຶ່ງ​ມີ 6-12 ​ໃບ,​ ທຳ​ມະ​ດາ​ແລ້ວ​ໃນ​ມັດ​ໜຶ່ງໆມີ​ບໍ່​ເກີນ 12 ຜູກ. ສ່ວນ​ເລື່ອງ​ທາງ​ໂລກ ​ເລື່ອງ​ໜຶ່ງໆ​ ອາດ​ມີ​​ຫລາຍ​ຮ້ອຍ​ໃບ ຕາມ​ປົກກະຕິ​ຜູກ​ໃບ​ລານ​ແຕ່ລະ​ຜູກມີ​ໄມ້​ປະ​ກັບໜີບ​ໄວ້ ​ເພື່ອ​ປ້ອງ​ກັບບໍ່​ໃຫ້​ໃບ​ລານ​ງໍ.
ພຸດທະສັກກະຣາດ ໜຶ່ງ​ໃນ​ລະບົບ​ການ​ນັບ​ປີ​ລິດຈະນາ​ທີ່​ປາກົດ​ຢູ່ໃນ​ເອກະສານ​ບູຮານ​ຂອງ​ລາວ. ​ເລີ່​ມນັບ​ແຕ່ 543 ປີ ກ່ອນ​ຄຼິດຕະສັກກະຣາດ.
ມັດ

ໜັງສື​ໃບ​ລານຈຳນວນ​ໜຶ່ງທີ່ຮວມ​ໄວ້​ເປັນມັດໜຶ່ງ ​ຕາມ​ປົກກະຕິ​ແຕ່​ລະມັດຈະ​ມີ​ໄມ້​ປະ​ກັບ ​ແລະ ​ຫໍ່ດ້ວຍ​ຜ້າ.​ ​ໃນ​ມັດ​ໜຶ່ງ​ໆ​ອາດ​ເປັນ​ບົດ​ເລື່ອງ​ດຽວ​ກັນ​ກໍ່​ໄດ້ ຫລື ມີ​ເລື່ອງ​ອື່ນ​ຮວມຢູ່ນຳກໍ່​ໄດ້.

ຫາກຄຳ​ວ່າ​ມັດປາກົດ​ຢູ່​ເປັນ​ຊື່ເລື່ອງບົດ​ໃດ​ບົດ​ໜຶ່ງ ​ເຊັ່ນ ມັດ​ຕົ້ນ, ມັດ​ສອງ, ມັດ​ກາງ ​ແລະ ອື່ນໆ ​ເປັນ​ຕົ້ນ ​ກໍ່ໝາຍ​ເຖິງ​ວ່າມັດ​ດັ່ງກ່າວ​ແມ່ນສ່ວນ​ໜຶ່ງ​ຂອງ​ບົດ​ເລື່ອງ​ຍາວໆທີ່​ມີ​ຊື່​ດຽວ​ກັນ.

ສ່ວນເລກລະຫັດ ຂອງ​ໂຄງການປົກ​ປັກ​ຮັກສາ​ໜັງສື​ໃບ​ລານ​ລາວ​ນັ້ນ 11 ​ໂຕ​ທຳ​ອິດ​ ກຳນົດ​ມັດ​ໃບ​ລານ ​ແລະ ​ສາມາດ​​ໃຊ້ຄົ້ນ​ຫາ​ໄດ້ຢູ່​ໜ້າ​ທຳ​ອິດຂອງ​ເວັບ​ໄຊ, ທ່ານ​ກໍ່​ສາມາດ​ໃຊ້​ຄຳ​ສັ່ງ​​ໃຫ້ ‘ສະແດງບົດເລື່ອງອື່ນຈາກມັດດຽວກັນ’ ຂະນະ​ທ່ານ​ເບິ່ງ​ຮູບ​ໜັງສື​ໃບ​ລານ​ເລື່ອງ​ໃດ​​ເລື່ອງໜຶ່ງ.

ລາວ​ບູຮານ ຕົວ​ອັກ​ສອນບູຮານຂອງລາວ ​ທີ່​ໃຊ້​ບັນທຶກ​ເລື່ອງ​ທາງ​ໂລກ​ຕ່າງໆ.
ວິ​ໄນ ບົດເລື່ອງ​ທີ່​ກ່ຽວຂ້ອງ​ກັບ​ລະບຽບວິ​ໄນ​ຂອງພະສົງສຳມະ​ເນນ ​​ໃນ​ຄັງ​ຂໍ້​ມູນ​ຂອງ​ຫໍ​ສະໝຸດ​ດິຈິ​ຕອລ​ນີ້ ຈະ​ພົບ​ໜັງສື​ໃບ​ລານ​​ເປັນ​ສອງ​ພາສາ ຫລາຍເລື່ອງ​ທີ່​ມີຊື່​ດຽວ​ກັນ​ກັບ​ພະ​ຄຳ​ພີ​ອັນ​ປາກົດ​ຢູ່​ໃນ​ພຼະ​​ໄຕຼປີດົກ ​ເປັນ​ເລື່ອງ​ທີ່ແປພາສາ​ປາລີ​​ມາ​ເປັນ​ພາສາ​ລາວແບບ​ຂະຫຍາຍ​ຄວາມ ​ເຊິ່ງ​ໄດ້​ໃຫ້​ຄວາມ​ແຈ່ມ​ແຈ້ງ​ຕໍ່ການ​ເຂົ້າ​ໃຈ ​ແລະ ການຕີ​ຄວາມ​ເນື້ອ​ຫາ​ອັນ​ເປັນ​ພາສາ​ປາລີ ຂອງ​ນັກປາດ​ຊາວ​ລາວ. ໜັງສື​ໃບ​ລານປະ​ເພດ​ ‘ວິ​ໄນ’ ​ໃນ​ຖານ​ຂໍ້​ມູນ​ຂອງຫໍ​ສະໝຸດ​ດິຈິ​ຕອລ ​ໄດ້​ຮວມ​ເອົາ​ບົດເລື່ອງ​ຕ່າງໆ​ທີ່​ກ່ຽວຂ້ອງ​ກັບ​ລະບຽບ​ວິ​ໄນໄວ້ ບໍ່​ວ່າ​ຈະ​ມີຢູ່​ໃນພຼະ​ໄຕຼປີດົກ ຫລື ​ບໍ່​ຢູ່​ກໍ່ຕາມ.
ອະພິທັມ ພຼະ​ຄຳ​ພີ​ໃນອະພິທັມມະປິ​ດົກ ​ແມ່ນ​ໃຫ້ການ​ວິເຄາະ​ຂະ​ບວນການ​ທາງ​ຈິດ​ໃຈ ​ແລະ ທາງ​ຮ່າງກາຍ ພ້ອມ​ທັງປາກົດການ​ທຳ​ມະ​ຊາດຕ່າງໆ. ​ໃນຄັງຂໍ້​ມູນ​ຂອງ​ຫໍສະໝຸດ​ດິຈິ​ຕອລນີ້ ມີ​ເອກະສານ​ຈຳນວນ​ໜຶ່ງ ທີ່​ມີ​ຊື່​ອ້າງ​ອີງ​ເຖິງ​ອະພິທັມ ​ແຕ່​ແມ່ນມີ​ເນື້ອ​ຫາສ່ວນ​ໃຫຍ່​ເປັນ​ແບບ​ພັນລະນາ ​ແລະ ​ເບິ່ງ​ຄື​ວ່າ​ບໍ່​ມີ​ຄວາມ​ກ່ຽວຂ້ອງ​ກັບ​ພຼະອະພິທັມ​ມະ​ປິ​ດົກ​. ປະ​ເພດ​ເນື້ອ​ຫາ ‘ອະພິທັມ’ ​ໃນ​ຫໍ​ສະໝຸດ​ດິຈິ​ຕອລນີ້ ຮວມ​ເຖິງ​ບົດ​ເລື່ອງ​ທີ່​ອ້າງ​ອີງ​ວ່າ ​ແມ່ນ​ເລື່ອງ​ອະພິທັມ ທັງ​ນັ້ນ​ ຈະຮວມຢູ່​ໃນ​ອະພິທັມ​ມະ​ປິ​ດົກ ຫລື ບໍ່​ຮວມກໍ່ຕາມ.
ອານິສົງ ເປັນ​ຄຳຢືມ​​ຈາກ​ພາສາປາລີ​ ໃຊ້​​​ເອີ້ນປະ​ເພດວັນນະຄະດີ ​ທີ່ພາສາ​ລາວ​ມັກ​ເອີ້​ນວ່າ ສະຫຼອງ ຫລື ສອງ ​​ເຊິ່ງອະທິບາຍ​ຜົນ​ທີ່​ໄດ້​ຮັບ​ຈາກ​ການ​ເຮັດກຸສົນລະ​ກັມ. ຄຳ​ສັບ​ດັ່ງ​ກ່າວ​ນີ້ ​ໃນ​ຖານ​ຂໍ້​ມູນ​ຫໍສະໝຸດ​ດິຈິ​ຕອລ ​ໃຊ້​​ເປັນທັງ​ປະ​ເພດ​ເນື້ອ​ຫາ (ອານິສົງ/ສະຫຼອງ/ສອງ) ​ແລະ ຄຳ​ສັບ​ປະກອບ​ຊື່​ເລື່ອງ​ (ອານິສົງ).
ອັກສອນ​ທັມ ລະບົບຕົວ​ອັກສອນ​ ​ເຊິ່ງມັກ​ຈະ​ໃຊ້​​ໃນ​ການ​ຂຽນ​ບົດ​ເລື່ອງ​ກ່ຽວ​ກັບ​ພຸດທະ​ສາສະໜາ​ໂດຍ​ກົງ, ວິວັດ​ທະນາມາ​ຈາກ​ອັກສອນ​ມອນບູຮານ ​ເຊິ່ງມີ​ຮາກ​ເຫງົ້າ​ຕົ້ນ​ກຳ​ເນີ​ດມາ​ຈາກພາກ​ໃຕ້​ຂອງປະ​ເທດ​ອິນ​ເດຍ. ​ອັກສອນ​ທັມ​ນີ້ ​ໃຊ້​ຂຽນ​ຢູ່ຕາມ​ວັດວາອາ​ຮາມຂອງ​ຊາວ​ພຸດ ໃນທົ່ວຂົງ​ເຂດ​ອັນກວ້າງຂວາງຄື : ພາກ​ເໜືອຕອນ​ບົນ​ ​ແລະ ພາກ​ຕາ​ເວັນ​ອອກສຽງ​ເໜືອຂອງ​ປະ​ເທດ​ໄທ, ພາກຕາ​ເວັນ​ອອກ​ສຽງ​ເໜືອຂອງ​ປະ​ເທດພະມ້າ, ພາກຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ແຂວງ​ຢູນນານ ຮວມທັງປະ​ເທດ​ລາວ. ສ່ວນ​​ວັດ​ໃນປະ​ເທດ​ສະຫຍາມ​ນັ້ນ ​​ໄດ້​ໃຊ້​ອັກສອນ​ຂອມ​​ໃນ​ການ​ຂຽນ​ເລື່ອງ​ທາງ​ສາສະໜາ ​ເຊິ່ງອັກ​ສອນຂອມ​ນີ້ ​ໄດ້ວິວັດທະນາ​ມາ​ຈາກ ອັກສອນ​ຂະ​ແມ​​ບູຮານ​ແບບ​ໜຶ່ງ. ດັ່ງ​ນັ້ນ ຂົງ​ເຂດວັດທະນະທຳອັນ​ກວ້າງ​ໃຫຍ່​ໄພສານ​ທີ່​ກ່າວ​ມາ​ນີ້ ອາດ​ເອີ້ນ​ໄດ້​ວ່າ ‘ຂົງ​ເຂດອັກສອນ​ທັມ’ ກໍ່​ໄດ້. ຕົວ​ອັກສອນ​ທັມ​ລາວ, ທັມ​ລ້ານ​ນາ, ​ແລະ ທັມ​ລື້ ມີ​ຄວາມ​ຄ້າຍຄື​ກັນ​ຫລາຍ.

ຂຶ້ນເທິງ