ຫໍສະໝຸດດິຈິຕອລໜັງສືໃບລານລາວ ມີຮູບດິຈິຕອລ ຫຼາຍກວ່າ 12,000 ຕົ້ນສະບັບຕົວຂຽນ ຈາກທົ່ວປະເທດ ເພື່ອໃຫ້ຜູ້ສົນໃຈເຂົ້າຄົ້ນຄວ້າຢ່າງສະດວກສະບາຍ. ສະຖາບັນຮ່ວມມື ມີ ຫໍສະໝຸດແຫ່ງຊາດລາວ, ມະຫາວິທະຍາໄລ ປັສເຊົາ ແລະ ຫໍສະໝຸດແຫ່ງລັດ ປະຈຳກຸງແບັກແລັງ ໂຄງການນີ້ໄດ້ຮັບທຶນອຸປະຖຳຈາກມູນນິທິ ເພື່ອການຄົ້ນຄວ້າ ເຢຍຣະມັນ (DFG) ແລະ ກະຊວງການຮ່ວມມືທາງເສດຖະກິດ ແລະ ການພັດທະນາແຫ່ງ ສ.ສ. ເຢຍຣະມັນ (BMZ).
ຄັງຂໍ້ມູນຂອງຫໍສະໝຸດດິຈິຕອລນີ້ ປະກອບດ້ວຍໜັງສືໃບລານທີ່ມີເນື້ອໃນຢ່າງຫລາກຫລາຍແລະ ໄດ້ສຳຫລວດຄັດເລືອກມາຖ່າຍເປັນໄມໂຄຼຟີມໄວ້ ຈາກພື້ນທີ່ພູມສາດອັນກວ້າງຂວາງ ແມ່ນເປັນເອກະສານຈາກຫລາຍຍຸກຫລາຍສະໄໝ. ມີບົດວັນນະຄະດີຫລາຍຮູບແບບ ອັນໄດ້ລິດຈະນາຂີດຂຽນໂດຍຜູ້ຈານຈາກສຳນັກຕ່າງໆ ທັງໃຊ້ພາສາ ແລະ ຕົວອັກສອນຫລາກຫລາຍແຕກຕ່າງກັນ. ບົດເລື່ອງສ່ວນຫລາຍເປັນມູນມໍລະດົກວັນນະຄະດີຂອງລາວ, ລ້ານນາ ແລະ ໄທລື້ ນອກນັ້ນມີບົດວັນນະຄະດີຈຳນວນໜຶ່ງທີ່ໃຊ້ພາສາ ແລະ ອັກສອນໄທເໜືອ, ໄທດຳ ແລະ ອື່ນໆ.
ຖານຂມູນຂອງຫໍສະໝຸດດິຈິຕອລນ ສາມາດຄນຫາຊເລອງ, ຄຳສັບປະກອບຊເລອງ, ພາສາ, ຕົວອັກສອນ, ປະເພດເນອຫາ, ວັດສະດຸຂີດຂຽນ, ບອນເກັບມຽນ, ປີລິດຈະນາ, ແລະ ເລກລະຫັດຂອງໜັງສື. ຜູຊົມໃຊຫໍສະໝຸດດິຈິຕອລນ ສາມາດເບງຮູບໜັງສືໃບລານໄດ ຫຼືກາຍສຳເນົາລົງໃນຄອມພິວເຕີ ໂດຍຜານເວັບໄຊນ. ນອກຈາກນນຮູບຂອງບົດເລອງຄົບຊຸດ ກສາມາດດາວນໂລດໄດ. ຮູບຂາວດຳເງົາສີເທົາຖາຍທອດມາຈາກໄມໂຄຼຟິມ ສວນພາບສີນນໄດຖາຍດວຍກອງດິຈິຕອລຈາກຕນສະບັບຕົວຈິງ.
ເວັບໄຊຂອງຫໍສະໝຸດດິຈິຕອລນີ້ ຍັງໄດ້ສະເໜີຂໍ້ມູນກ່ຽວກັບວັນນະຄະດີບູຮານລາວ, ໂຄງການປົກປັກຮັກສາໜັງສືໃບລານລາວ, ຂໍ້ມູນການຄົ້ນຄວ້າ, ນອກຈາກນັ້ນຍັງໄດ້ຮວບຮວມຮູບຖ່າຍຕ່າງໆ ທີ່ສະແດງເຖິງການເຮັດວຽກ ແລະ ບໍລິບົດຂອງໂຄງການປົກປັກຮັກສາໜັງສືໃບລານລາວ.
ເວັບໄຊຂອງຫໍສະໝຸດດິຈິຕອລໜັງສືໃບລານລາວ ໄດ້ເລີ່ມເປີດສະເໜີໃນອິນເຕີເນັດ ເມື່ອເດືອນກັນຍາ 2009. ໃນຂະນະນີ້ທ່ານສາມາດຄົ້ນຫາບົດເລື່ອງໄດ້ 12,168 ເລື່ອງ. ທາງຫໍສະໝຸດດິຈິຕອລ ຍິນດີຮັບຄວາມຄິດເຫັນພ້ອມທັງຄຳຕິຊົມຂອງທ່ານ ໃນການຊົມໃຊ້ເວັບໄຊຂອງພວກເຮົາ.
ໃນເດືອນ ກັນຍາ 2011, ໄດມີການເພມເຄອງມືທົດລອງຄນຫາຄຳສັບ ຫຼືສວນໃດສວນໜງພາຍໃນຮູບດິຈິຕອລ ຂອງບົດເລອງຕາງໆລົງໃນໜາເຂາສູບົດເລອງ.
ເລມຕງແຕເດືອນມັງກອນ ປີ 2012 ມີການຖາຍໜັງສືໃບລານ ຂອງຫໍສະໝຸດແຫງຊາດລາວ ດວຍກອງດິຈິຕອລ ເພອໄດເອົາຮູບສີເຫຼານຂນຢູເວັບໄຊແທນຮູບທຖາຍຈາກໄມໂຄຼຟິມ.
ຕົວໜັງສືທີ່ໃຊ້ໃນເວັບໄຊ ແມ່ນເປັນຕົວ ຢູນີໂຄດ (Unicode) ແລະ ໄດມີການນຳພາ ຟອນ ອັກສອນລາວເຂາມາໃນເວບໄຊຮຽບຮອຍ ແຕຫາກວາມີລະບົບຄອມພິວເຕີ ແລະ ບຼາວເຊີບາງອັນທຕອງຕິດຄງຟອນອັກສອນລາວໃນຄອມພິວເຕີຂອງທານ ເພອທຈະເຫັນອັກສອນລາວປາກົດຢາງຖືກຕອງ. ຄຼິກບ່ອນນີ້ ເພື່ອດາວນ໌ໂລດເອົາ ຕົວໜັງສືລາວ ໄຊເຊດຖາ ໂອທີ (Saysettha OT).