DIGITAL LIBRARY OF LAO MANUSCRIPTS

ຮວມຂໍ້​ມູນ​ປະກອບຫໍສະໝຸດດິຈິ​ຕອລ : ພາສາ ​ແລະ ຕົວ​ອັກສອນ


ພາສາ​ພື້ນ​ເມືອງ

ເອກະສານ​ສ່ວນ​ໃຫຍ່​ໃນ​​ຫໍສະໝຸດດິຈິ​ຕອລນີ້​​ຂຽນເປັນ​ພາສາ​ລາວ, ພາສາ​ລ້ານ​ນາ (​ໄທ​ຍວນ), ​ໄທ​ລື້ ​ແລະ ໄທ​​ເໜືອ ​ເຊິ່ງນັບ​ຢູ່​ໃນ​ກຸ່ມ​ຕາ​ເວັນ​ຕົກ​ສຽງ​ໃຕ້ ຂອງ​ຕະກູນ​ພາສາ​ໄຕ-ກະ​ໄທ ຫລື ​​ຂຽນ​ເປັນສອງພາສາຄື : ພາສາ​ປາລີ​ພ້ອມ​ພາສາ​​ພື້ນ​ເມືອງ. ມີ​ເອກະສານ​ຈຳນວນ​ບໍ່​ໜ້ອຍ​ທີ່​ເປັນ​ພາສາ​ປາລີ​ລ້ວນ ​ແລະ ມີຈຳນວນ​ໜ້ອຍ​ໜຶ່ງ​ເປັນ​ພາສາ​ໄທ (ສະຫຍາມ)​, ​ແລະ ມີ​ເອກະສານ​ໜຶ່ງເລື່ອງ​ຂຽນເປັນ​ພາສາ​ໄທ​ດຳ.

ຕາມ​ປົກກະຕິ​ພາສາ​ພື້ນ​ເມືອງ​ທີ່​ປາກົດ​ຢູ່​ໃນ​ເອກະສານຕ່າງໆ ​​ເຖິງ​ແມ່ນ​ວ່າ​​ຕົ້ນສະບັບ​ເກົ່າ​ແກ່ກໍ່ຕາມ ​ເຈົ້າ​ຂອງ​ພາສາ​​​ໃນ​ສະ​ໄໝ​ປັດຈຸ​ບັນ ຖ້າຫາກມີ​ຄວາມ​ລຶ້ງ​ເຄີຍ​ກັບ​ຄຳ​ສັບ ​ແລະ ສຳນວນ​ໃນ​ວັນນະຄະດີ​​ເດີມ ກໍ່ຈະ​ເຂົ້າ​ໃຈ​ເນື້ອ​ຫາ​​​​ໄດ້ເປັນ​ຢ່າງ​ດີ​. ພາສາ​ຂຽນ​ຂອງ​ລາວ, ລ້ານ​ນາ ​ແລະ ​ໄທລື້ ມັກ​ອ່ານ​ເຂົ້າ​ໃຈ​ໄດ້​​ເຊິ່ງກັນ ​ແລະ ກັນ ຍ້ອນ​​ໃຊ້​ວັດຈະນານຸກົມ ​ແລະ ວາ​ກະ​ຍະ​ສຳພັນລວມກັນ​ເປັນ​ສ່ວນ​ໃຫຍ່ ຫາກ​ແຕ່​ວ່າການ​ອອກສຽງ​ຈະແຕກ​ຕ່າງ​ກັນ​ພໍສົມຄວນ.

ເບິ່ງ​​ບັນ​ນາ​ນຸກົມຂ້າງ​ລຸ່ມ ​ເພື່ອ​ເຫັນ​ຂໍ້​ມູນ​ກ່ຽວຂ້ອງ.

SEAsite ຂອງສູນອາຊີ​ອາຄະ​ເນ​​ສຶກສາ ຂອງ​ມະຫາວິທະຍາ​ໄລ ນໍຣ​ເທິ​ນ ອີ​ລີ​ນອຍ​ Northern Illinois (ສະຫະລັດ​ອາ​ເມ​ລິ​ກາ) ສະ​ເໜີຂໍ້​ມູນ ​ແລະ ລິງຄ໌​ທີ່​ກ່ຽວຂ້ອງ​ກັບ​ພາສາ​ພຶ້ນ​ເມືອງ​ຕ່າງໆໃນຫໍສະໝຸດ​ດິຈິ​ຕອລນີ້. ສຳລັບ​ພາສາ​ລ້ານ​ນາ (​ໄທ​ຍວນ) ກະລຸນາ​ເບິ່ງ​ພະ​ແນ​ກ​ໄທ​ລ້ານ​ນາ ​ໃນ​ເວັບ​ໄຊ​ດັ່ງກ່າວ. ​ໃນ​ພະ​ແນ​ກ ​​​​ໄທໃຕ້​ຄົງ ມີ​ການສະ​ເໜີ​ຂໍ້​ມູນພຶ້ນຖານນຳ​ເຂົ້າ​ສູ່​ພາສາ​ໄທ​ເໜືອ ​ຕາມ​ທີ່​ຍັງ​ຊົມໃຊ້​ກັນຢູ່​ໃນ​ເຂດ​ປົກ​ຄອງ​ຕົນ​ເອງ ​ໃຕ້​ຄົງ​ໄທ ​ແລະ ຈິງ​​ໂປ ​ໃນ​ແຂວງ​ຢູນນານ ປະ​ເທດ​ຈີນ, ນອກຈາກ​ນັ້ນ​ຍັງ​ສະ​ເໜີ​ຂໍ້​ມູນ​ພຶ້ນຖານກ່ຽວ​ກັບ ‘ວັດຈະນານຸກົມ ​ໃຕ້​ຄົງ, ຈີນ​ຕາ​ເວັນ​ຕົກ​ສຽງ​ໃຕ້​’ ຂອງ ລົວ ຢົງ​ຊຽນ (ເບິ່ງ​​ບັນ​ນາ​ນຸກົມຂ້າງ​ລຸ່ມ). ແຕ່​ຄວນສັງ​ເກດ​ວ່າ ພາສາ​ໄທ​ໃຕ້​ຄົງ ມີ​ຄວາມ​ແຕກ​ຕ່າງ​ຈາກ​ພາສາ​ຂອງ​ຊາວໄທ​ເໜືອ ທີ່ອາ​ໃສຢູ່​​ໃນພາກ​ເໜືອ​ຂອງ​ປະ​ເທດ​ລາວ.

ຈົດໝາຍ​ເຫດ​ພາສາ​ສາດອາຊີ​ອາຄະ​ເນ ສະ​ເໜີບົດ​ຄວາມ​ວິຊາ​ການ​ກ່ຽວ​ກັບ​ ພາສາ ແລະ ພາສາ​ສາດ ອາຊີ​ອາຄະ​ເນ​ ​​ເຊິ່ງສາມາດ​ຄົ້ນ​ຫາ​ໄດ້​ຜ່ານ​ອິນ​ເຕີ​ເນັດ.

ຄລິກບ່ອນ​ນີ້ ​ເພື່ອ​ເບິ່ງ​ສະຖິຕິ​ຂອງ​ບົດເລື່ອງ ​ແລະ ຮູບ​ພາບດິຈິ​ຕອລ ​​ໃນ​ຄັງ​ຂໍ້​ມູນ​ຂອງ​ຫໍ​ສະໝຸດດິຈິ​ຕອລ ເຊິ່ງ​ໄດ້​ຈຳ​ແນ​ກຕາມ​ພາສາ ​ແລະ ຕົວ​ອັກສອນ.

ພາສາ​ປາລີ

ໜັງສື​ໃບ​ລານ​ເກົ່າ​ແກ່​ທີ່​ສຸດ​ເຊິ່ງພົບ​ໃນ ສ.ປ.ປ.ລາວ ​ແລະ ​ພາກ​ເໜືອຕອນ​ບົນ ​ຂອງປະ​ເທດ​ໄທ ​ແມ່ນ​ຈານໃນ​ທ້າຍ​ສະຕະວັດ​ທີ 15 (ຄຼິດຕະສັກກະ​ຣາດ) ​​ທຸກ​ສະບັບຂຽນເປັນ​ພາສາ​ປາລີ​ລ້ວນ. ນອກຈາກ​ນັ້ນ​ໜັງສື​ໃບ​ລານ​ຈຳນວນ​ຫລວງຫລາຍຂຽນ​ເປັນ​ພາສາ​ປາລີ​ພ້ອມຄຳ​​ແປ​​ເປັນ​ພາສາ​ພຶ້ນ​ເມືອງ ​ແລະ ອາດ​ມີຄຳ​ແປ​ຍົກ​ສັບ, ຄຳອະທິ​ບາຍ​ເພີ່ມ​ຕື່ມ ຫລື ​ ຄຳ​ຂະຫຍາຍ​ຄວາມອື່ນໆ.

ພາສາ​ປາລີ​ທີ່​ໃຊ້​ໃນ​ເອກະສານ ຢູ່​ພາກ​ພື້ນ​ອາຊີ​ອາຄະ​ເນ ​ໂດຍ​ສະ​​ເພາະ​ປະ​ເທດ​ໄທ, ລາວ​ແລະ ກຳປູ​ເຈຍ ສ່ວນ​ຫລາຍ​ແລ້ວ ​ແຕກ​ຕ່າງ​ຈາກ​ມາດຕະຖານຕາມ​ທີ່​ປາກົດ​ຢູ່​ໃນ​ໄວຍາກອນ​ຂອງ​ພະ​ກັຈຈາ​ຍະ​ນະ. ​ໃນ​ເອກະສາ​ນທີ່​ຂຽນເປັນ​ສອງພາສານັ້ນ ພາສາ​ພື້ນ​ເມືອງ​ມີ​ຄວາມ​ສຳຄັນ​ຫລາຍ ຍ້ອນ​ອາດ​ຈະ​ບົ່ງ​ບອກ​ເຖິງ​ຄວາມ​ເຂົ້າ​ໃຈ ຫລື ການ​ຕີ​ຄວາມ​ພາສາ​ປາລີ​ໃນ​ພູມ​ມີ​ພາກ​ອາຊີ​ອາຄະ​ເນ.

ເບິ່ງ​​ບັນ​ນາ​ນຸກົມຂ້າງ​ລຸ່ມ ສຳລັບ​ແຫ​ລ່ງລວມຂໍ້​ມູນ​ທີ່​ກ່ຽວຂ້ອງ.

ຂໍ້​ມູນເວັບສຳລັບ​ຜູ້​ສຶກສາ​ພາສາ​ປາລີ ແລະ ໜ້າ​ເວັບ​ທີ່​ສະ​ເໜີ ຂໍ້​ມູນເວັບສຳລັບ​ຜູ້​ສຶກສາ​ພາສາ​ປາລີ ຂອງ​ເວັບ​ໄຊ Access to Insight ​ບອກ​ຂໍ້​ມູນ​ໃນ​ອິນ​ເຕີ​ເນັດ ​ແລະ ລິງຄ໌ສຳລັບ​ສຶກສາພາສາ​ປາລີ.

The ວັດຈະນານຸກົມ ພາສາ​ປາລີ-ອັງ​ກິດ ຂອງ Pali Text Society (​ເບິ່ງ​​ບັນ​ນາ​ນຸກົມຂ້າງ​ລຸ່ມ) ມີໃຫ້​ໃຊ້​ທາງ​ອິນ​ເຕີ​ເນັດ ​ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ ຫໍສະໝຸດດິຈິ​ຕອລ ​ແຫ່ງອາຊີ​ໃຕ້​ ອັນເປັນ​ໂຄງການ​ຂອງ​​ສູນ​ຫໍສະໝຸດ​ເພື່ອ​ການ​ຄົ້ນຄວ້າ ​ ຮ່ວມ​ກັບ​ມະຫາວິທະຍາ​ໄລ​ຊິ​ຄາ​ໂກ.

ຄລິກບ່ອນ​ນີ້ ​ເພື່ອ​ເບິ່ງ​ສະຖິຕິ​ຂອງ​ບົດເລື່ອງ ​ແລະ ຮູບ​ພາບດິຈິ​ຕອລ ​​ໃນ​ຄັງ​ຂໍ້​ມູນ​ຂອງ​ຫໍ​ສະໝຸດດິຈິ​ຕອລ ເຊິ່ງ​ໄດ້​ຈຳ​ແນ​ກຕາມ​ພາສາ ​ແລະ ຕົວ​ອັກສອນ.

ຕົວ​ອັກສອນ

ເອກະສານ​​ໃນ​ຫໍສະໝຸດ​ດິຈິ​ຕອລ ສ່ວນ​ໃຫຍ່​ຂຽນ​ດ້ວຍ​ອັກສອນທັມ​ແບບ​ຕ່າງໆ ນອກຈາກ​ນັ້ນ ກໍ່​ຂຽນ​ດ້ວຍ​ອັກສອນ​ລາວ​ບູຮານ, ລີກ​ໄຕ​ເໜືອ ​ແລະ ອັກສອນ​ຂອມ, ມີ​ຈຳນວນ​ໜ້ອຍ​ໜຶ່ງ​ທີ່​ຂຽນ​ເປັນ​ອັກສອນ​ໄທ​ (ສະຫຍາມ) ກັບ​ອັກສອນ​ໄທ​ດຳ. ລະບົບຕົວ​ອັກສອນຕ່າງໆ​ເຫລົ່າ​ນີ້ ລ້ວນ​ແຕ່​ສືບ​ທອດ​ມາ​ຈາກ​ລະບົບ​ອັກສອນບູຮານ ​ແຫ່ງ​ພາກ​ໃຕ້​ຂອງ​ປະ​ເທດ​ອິນ​ເດຍ ​ເຊິ່ງ​ໄດ້​ມີ​ການ​ດັດ​​ແປງ​ເພື່ອ​ຂຽນ​ພາສາ​ປາລີ ​ແລະ ພາສາ​ພື້ນ​ເມືອງ​ຕ່າງໆໃນ​ອາຊີ​ອາຄະ​ເນ.

ອັກສອນ​ທັມ​​ມີຄວາມ​ຄ້າຍຄື​ກັນຫລາຍກັບ​ຕົວ​ອັກສອນ​ມອນ ທີ່​ປາກົດ​ຢູ່​ໃນສິ​ລາ​ຈາ​ລຶກ ສະ​ໄໝ ອານາຈັກຫະຣິພູນ​ໄຊ​ຂອງຊາວ​ມອນ (ປັດຈຸບັນ​ແມ່ນ​ຈັງຫວັດ​ລຳ​ພູນ ທາງ​ພາກ​ເໜືອ​ຕອນ​ບົນຂອງ​ປະ​ເທດ​ໄທ) ຄື : ສິລາ​ຈາລຶກ​ທີ່​ຈານ​ເມື່ອ ​ສະຕະວັດ​ທີ 13 ​(ຄຼິດຕະສັກກະ​ຣາດ). ເອກະສານ​ເກົ່າ​ແກ່​​ທີ່​ສຸດ ທີ່ຂຽນ​ດ້ວຍ​ອັກສອນ​ທັມ ​ເຊິ່ງລິດຈະນາ​​ໃນ​ປີ​ ຄຼິດຕະສັກກະ​ຣາດ 1376 ​ນັ້ນ ​ແມ່ນ​ຈາລຶກ​ໃສ່​ລານ​ຄຳເປັນ​ສອງ​ພາສາ​ ທີ່ຄົ້ນ​ພົບ​ຢູ່ສຸ​ໂຂ​ໄທ. ແຖ​ວໜຶ່ງ​ຂອງ​ລານ​ຄຳ​ນີ້​ຂຽນ​ເປັນ​ພາສາ​ປາລີ​ ​ສ່ວນພາສາ​ພື້ນ​ເມືອງ​​ ​ແລະ ຕົວ​ອັກສອນແມ່ນ​ແບບສະຫຍາມ​​ສຸ​ໂຂ​ໄທ. ສຳລັບ​ອັກສອນ​ທັມ​ນັ້ນໄດ້​ມີ​ການ​ດັດ​ແປງມາ ​ເພື່ອ​ລິດຈະນາ​ພາສາ​ພື້ນ​ເມືອງ ຢ່າງ​ຊ້າ​​ກ່ອນ​ຄຼິດຕະສັກກະຣາດ​ທີ 15, ຄາດ​ວ່າ​ຕົວ​ອັກສອນ​ທັມ​ໄດ້​ຮັບ​ການ​ດັດ​ແກ້​ດັ່ງກ່າວ ຢູ່​ ນະຄອນຫລວງ ​ແຫ່ງ​ຣາ​ຊະ​ອານາຈັກ​ລ້ານ​ນາຄື ຊຽງ​ໃໝ່ ​ແລ້ວ​​ມີ​ການ​ນຳ​ໄປ​ໃຊ້​ໃນອານາຈັກ​ໄທ-ລາວ ທີ່ຢູ່​ອ້ອມ​ຂ້າງ. ຄຳ​ພີ​ໃບ​ລານຂຽນ​ດ້ວຍ​ອັກສອນ​ທັມ​ທີ່​ເກົ່າ​ແກ່​ທີ່​ສຸດ​ເທົ່າ​ທີ່​ພົບ​ໄດ້​ໃນ​ປັດຈຸບັນ (ບໍ່​ມີ​ໃນ​ຫໍສະໝຸດດິຈິ​ຕອລນີ້) ​ແມ່ນ​ລິດຈະນາ​ເປັນ​ພາສາ​ປາລີ​ລ້ວນ ຊຶ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ ຊາຕະກະອັດຖະກະຖາວັນນະນາ ທີ່ລິດຈະນາ​ໃນ​ປີ​ຈຸນລະສັກກະຣາດ 833 (ຄຼິດຕະສັກກະຣາດ 1471), ໜັງສື​​ໃບລານ​ນີ້ພົບ ​ແລະ ເກັບ​ມ້ຽນ​ໄວ້​ຢູ່ທີ່​ວັດ​​ໄຫ່ຼ​ຫິນ, ອຳ​ເພີ​ກໍ​ຄາ ຈັງຫວັດ​ລຳ​ປາງ ພາກ​ເໜືອ​ຂອງ​ປະ​ເທດ​ໄທ. ​ເອກະສານໜັງສື​ໃບ​ລານ​ເກົ່າ​ແກ່​ທີ່​ສຸດ​ໃນ​​ຫໍສະໝຸດດິຈິ​ຕອລນີ້ (​ຂຽນດ້ວຍ​ຕົວ​ອັກສອນ​ທັມ​ລາວ) ​ເປັນ​ພາສາ​ປາລີ​ລ້ວນ​ຄື​ກັນ ​ແມ່ນ​ໄດ້​ກ່າຍ​ສ່ວນ​ໜຶ່ງ​ຂອງ ປະຣິວາຣະ (​ເລກ​ລະຫັດ​ຂອງ​ໂຄງການປົກ​ປັກ​ຮັກສາ​ໜັງສື​ໃບ​ລານ 06018504078-00) ​​ໃນປີ​ຈຸນລະສັກກະຣາດ 882 (ຄຼິດຕະສັກກະຣາດ 1520) ​ແລະ ຮັກສາ​ໄວ້ ຢູ່​ພິພິທະ​ພັນ​ ແຂວງ​ຫລວງ​ພະ​ບາງ (ພຣະຣາຊະ​ວັງ​ເກົ່າ). ​ອັກສອນ​ທັມ​ແບບ​ຕ່າງໆ​​ເຫລົ່າ​ນີ້ ຊາວລາວ,​ ຊາວ​ລ້ານ​ນາ, ຊາວ​ໄທ​ລື້ ​ແລະ ຊາວ​ໄທ​ຂືນ ຍັງ​​ຊົມ​ໃຊ້​ກັນຢູ່​ມາຮອດປັດຈຸບັນ. ສະ​ນັ້ນ​ເຮົາ​ຈຶ່ງ​ອາດເອີ້ນພູມິ​ພາກນີ້​ວ່າ “ຂົງ​ເຂດ​ອັກສອນ​ທັມ” ​ເຊິ່ງຮວມມີ ສ.ປ.ປ.ລາວ, ພາກ​ເໜືອຕອນ​ບົນ ​ແລະ ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ປະ​ເທດ​ໄທ, ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ປະ​ເທດ​ມ້ຽນ​ມາ ​ລວມທັງພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ ​ແຂວງ​ຢູນນານ ປະ​ເທດ​ຈີນ.

ຕົວອັກສອນ​ທັມ​ລາວ, ທັມ​ລ້ານ​ນາ ​ແລະ ທັມ​ລື້ ມີ​ສ່ວນ​ຄ້າຍຄື​ກັນ​ຫລາຍ ດັ່ງ​ນັ້ນ ຜູ້​ທີ່​ມີ​ຄວາມ​ຮູ້​ກ່ຽວ​ກັບ​ພາສາ​ໃດ​ພາສາ​ນຶ່ງ​ໃນ​ສາມ​ນັ້ນ ກໍ​ສາມາດອ່ານ​ເຂົ້າ​ໃຈ​ເອກະສາ​ນທີ່​ລິດຈະນາ​ດ້ວຍ​ຕົວ​ອັກສອນ​ທັມ​ສາມ​ແບບ​ນັ້ນ​ໄດ້. ລັກສະນະ​ພິ​ເສດ​ຂອງ​​ລະບົບ​ອັກສອນ​ທັມເຫລົ່າ​ນີ້ ​ແມ່ນ​ມີ​ພະຍັນຊະນະ 33 ຕົວ ​ເຊິ່ງສອດ​ຄ່ອງ​ກັບ​ການ​ບັນທຶກ​ພາສາ​ປາລີ. ​ອີກ​ປະການ​ໜຶ່ງພະຍັນຊະນະສ່ວນ​ຫລາຍ​ຂຽນ​ຢູ່​​ເປັນສອງ​ຮູບ​ແບບຄື ມີ​ຕົວ​ເດີມ ​ແລະ ຕົວ​ຊ້ອນ ​ເຊິ່ງຕົວ​ຊ້ອນ​ຕ່າງໆ​ ມັກ​ຂຽນ​ຢູ່​ກ້ອງ​ຕົວ​ເດີມ​ນັ້ນ ​ແລະ ມີ​ຮູບ​ສັນ​ຖານ​ແຕກ​ຕ່າງ​ກັບ​ຕົວ​ເດີ​ມ.

ໃນປະ​ເທດ​ລາວ ອັກສອນ​ທັມ​ໃຊ້​ຂຽນ​ບົດ​ເລື່ອງ​ກ່ຽວ​ກັບ​ສາສະໜາ​ໂດຍ​ກົງ ​ແລະ ​ໃນ​ເມື່ອຕົວ​ອັກສອນ​ລາວ​ບູຮານ​ ​ເຊິ່ງ​​ເປັນ​ພຶ້ນຖານ​ຂອງ​ອັກສອນ​ລາວ​ສະ​ໄໝ​​ໃໝ່ ​​ໄດ້ໃຊ້​ຂຽນ​ບົດ​ເລື່ອງ​ທີ່​ຖື​ວ່າ​ບໍ່​ແມ່ນ​ຄຳ​ພີ​ສາສະໜາຄື ​ເປັນ​ເລື່ອງ​ທາງ​ໂລກທຳ​ມະ​ດາ​ສາມັນ ມີ​ເອກະສານ​ຈຳນວນ​ຫລາຍ​ທີ່​ມີ​ຊື່​ຄື​ກັນ ​​​ຂຽນ​ເປັນ​ທັງຕົວ​ອັກສອນ​ທັມ ​ແລະ ອັກສອນ​ລາວ​ບູຮານ. ສ່ວນຫລາຍໜັງສື​ໃບ​ລານ​ທີ່​ຂຽນ​ດ້ວຍ​ຕົວ​ອັກສອນ​ບູຮານ​ລາວນັ້ນ ​ແມ່ນ​ເປັນ​ບົດ​ວັນນະຄະດີ​ທີ່ດັດ​ແກ້​ແຕ່ງ​ຂຽນ​ໃໝ່​ຈາກ​ຄຳ​ພີ​ທາງ​ສາສະໜາ ​ເພື່ອ​ໃຫ້​ຄາຣະວາ​ດນຳໃຊ້. ທັງ​ຕົວ​ອັກສອນ​ທັມ ​ແລະ ອັກສອນ​ ລາວບູຮານ​ ບໍ່​ໃຊ້​ວັນນະ​ຍຸດ​ເພື່ອ​ບອກ​ສຽງ​ສູງ​ຕ່ຳ ​ແລະ ວິທີ​ຂຽນ​​ອັກສອນລາວ​ບູຮານ​ກໍ່​ຫລາກ​ຫລາຍ ​ເຮັດ​ໃຫ້​ອ່ານ​ໄດ້​ຍາກ​ຂຶ້ນ​ຕື່ມ.

ຕົວ​ອັກສອນ​ໄທ​ເໜືອ ​​ເຊິ່​ງເອີ້ນ​ວ່າ ລີກ ​ແມ່ນ​ເປັນ​ໜຶ່ງ​ໃນ​ກຸ່ມ​ລະບົບອັກສອນທີ່ສືບ​ທອດ​ມາ ຈາກ​ອັກສອນ​ແບບ​ອິນ​ເດຍ ສັນນິຖານ​ວ່າ​ເລີ່​ມ​ໃຊ້​ຂຽນ​ກ່ອນ ​ສະຕະວັດ​ທີ 14 (ຄຼິດຕະສັກກະ​ຣາດ) ​ເປັນ​ຕົ້ນ​ມາ. ຕົວ​ອັກສອນ​ຈຳພວກ​ນີ້ ​ແມ່ນ​ໃຊ້​ໂດຍ​ໄທ​ເໜືອ (​ໄທ​ເລ) ​ໃນ​ຂົງ​ເຂດ​​ໃຕ້​ຄົງ ​ແຂວງ​ຢຸນນານ ສ.ປ.ປ ຈີນ, ​ທັງ​ໂດຍ​ໄທ​ຄຳ​ຕີ, ​ໄທ​ພາ​ເຄ, ​ໄທ​ອ້າຍ​ຕົນ, ​ໄທ​ອາ​ຫົມ, ​ແລະ ຊາວ​ໄທທີ່​ອາ​ໄສ​ຢູ່​ພາກ​ເໜືອ​ຂອງ​ປະ​ເທດ​ມ້ຽນ​ມາ ​ແລະ ລັດ​ອາ​ສຳ​ໃນພາກ​ຕາ​ເວັນ​ອອກ​ສຽງ​ເໜືອ ຂອງ​ປະ​ເທດ​ອິນ​ເດຍ. ພະຍັນຊະນະ​ບາງ​ຕົວ​ຄ້າຍຄື​ກັນ​ກັບ​ອັກສອນ​ທັມ​ແຕ່​ກໍ່​ມີອີກ​ຫລາຍ​ຕົວທີ່​ແຕກ​ຕ່າງ​ກັນ​ຢ່າງ​ຂາດ​ຂັ້ນ. ຖ້າປຽບທຽບ​ກັບລະບົບ​ອັກສອນ​ທັມ​ແລ້ວ ສັງ​ເກດ​​ໄດ້ວ່າ​ຕົວ​ລີກ​ນີ້​ ມີ​ຈຳນວນ​ພະຍັນຊະນະ​​ພຽງ 16 ຫາ 18 ຕົວ ​ເຊິ່ງພາ​ໃຫ້​ສັນນິຖານ​ວ່າ​ຄົງຈະ​ບໍ່​ໄດ້​ປະດິດ​ຂຶ້ນ​ເພື່ອ​ໃຊ້​ຂຽນ​ພາສາ​ປາລີ. ​​ເຖິງແມ່ນ​ວ່າສຳລັບ​ການ​ບັນທຶກ​ພາສາ​ພຶ້ນ​ເມືອງ ຈຳນວນ​ພະຍັນ​ຊະນະ ​ແລະ ສະຫຼະ​ບໍ່​ພຽງພໍ​ຕໍ່​ໜ່ວຍສຽງ​ທີ່​ມີ​ຢູ່ ນອກ​ຈາກ​ນີ້ ອັກສອນຕົວ​ລີກ​ກໍ່​ບໍ່​ໄດ້​ບອກ​ສຽງ​ວັນນະຍຸດ ​ເຊິ່ງພາ​ໃຫ້ອັກຂະຣະວິທີ​ມີ​ລັກສະນະ​ບໍ່​ແຈ່ມ​ແຈ້ງ ສາມາດ​ອ່ານ​ ​ຕີ​ຄວາມໄດ້​ຫລາຍ​ແບບ ​ແລະ ​​ແປ​​ໄດ້ຫລາຍຄວາມ​ໝາຍ​. ສ່ວນ​ພັບ​ສາ​ຕ່າງໆ ຂອງ​ຊາວໄທ​ເໜືອ​ ທີ່​ລວມຢູ່​ໃນ​​ຫໍສະໝຸດ​ດິຈິ​ຕອລນີ້ ​​ກໍ່ໄດ້​ພົບ ​ແລະ ​ເກັບ​ມ້ຽນ​ໄວ້​ຢູ່​ໃນເມືອງ​ສິງ ​ແຂວງ​ຫລວງ​ນ້ຳ​ທາ ​ແຕ່​ຕົ້ນ​ສະບັບ​ບາງ​ຫົວນັ້ນ​ ແຕ່​ເດີມ​ໄດ້​​ມີ​ການ​ນຳມາ​ຈາກ​ ແຂວງ​ຢຸນນານ​ ​ໃນພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ ​ແລະ ລັດສານ ​ໃນພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂ​ອງປະ​ເທ​ດ​ພະມ້າ ​ເຊິ່ງ​ເປັນ​ຖິ່ນ​ຖານ​ດັ້ງເດີມຂອງ​ຊາວໄທ​ເໜືອ ທີ່​​ຍ້າຍ​ພູມ​ມິ​ລຳ​ເນົາມາຢູ່ເມືອງ​ສິງ, ​ຮູບ​ສັນຖານ​ຂອງ​ຕົວ​ອັກສອນ​ທີ່​ພົບ​ໃນ​​ເອກະສານ​ໄທ​ເໜືອນີ້ ຈຶ່ງ​ມີ​ຄວາມ​ແຕກ​ຕ່າງ​ຢູ່ຫລາຍ​ສົມຄວນ. ​ມີເອກະສານ​ຈຳນວນ​ໜຶ່ງ ​ເຊິ່ງຮູບ​ແບບ​ຕົວ​ອັກສອນອາດ​ແມ່ນ​ຮູບ​ແບບ​ບູຮານຂອງ​ຕົວ​ ‘ລີກ​ຖົ່ວງອກ’ ​ທີ່​ຊາວໄທ​ມາວ​ເຄີຍ​ຊົມໃຊ້​ມາ​​ໃນ​ອະດີດ. ຮູບ​ຕົວ​ອັກສອນ​ດັ່ງກ່າວມີ​ຄວາມ​ແຕກ​ຕ່າງຢູ່​ທັງກັບ​ອັກສອນ​​​ໃຕ້​ຄົງ​ບູຮານ ​ແລະ ອັກສອນ​​​ໃຕ້​ຄົງແບບ​ປະຕິ​ຮູບ ​ທີ່ມີ​ການນຳ​​​​ເຂົ້າໃຊ້​ໃນ​ປະ​ເທດ​ຈີນ ​ເມື່ອ​​ປີ 1950 ​ກວ່າ ​ເຊິ່ງ​ເປັນ​ຕົວ​ອັກສອນ​ທີ່​ຮູ້​ຈັກ​ກັນຢ່າງ​ແພ່​ຫລາຍ.

ສ່ວນ​ອັກສອນ​ຂະ​ເໝນ ຫລື ຂະ​ແມນັ້ນ ​ເຂົ້າ​ໃຈ​ວ່າ​​ສືບ​ທອດ​ມາ​ຈາກ​ລະບົບ​ອັກສອນ​ບູຮານ​ທີ່​ພົບ​ຢູ່​ໃນພາກ​ໃຕ້​ຂອງອິນ​ເດຍ​ ​ແຕ່​ກໍ່​ມີວິວັດທະນາ​ມາ​ຈາກຄົນ​ລະ​ສາຍ​ກັບ​ອັກສອນ​ມອນ. ອັກສອນ​ຂອມ​​ແມ່ນ​ແບບໜຶ່ງຂອງອັກສອນ​ຂະ​ເໝນ ທີ່​ໃຊ້ຂຽນ​ບົດ​ເລື່ອ​ງຂອງ​ພຸດທະ​ສາສະໜາ ​ແລະ ບົດ​ຄວາມ​ວິຊາ​ການ​ບູຮານ ຢູ່​ພາກ​ກາງ ​ແລະ ພາກ​ໃຕ້ ຂອງ​ປະ​ເທດ​ໄທ ມາ​ເຖິງຕົ້ນ​ສະຕະວັດ​ທີ 20 (ຄຼິດຕະສັກກະ​ຣາດ) ​ຕັ້ງ​ແຕ່​ນັ້ນ​ມາຈຶ່ງ​ເລີ່​ມ​ມີ​ການ​ນຳ​ໃຊ້ອັກສອນ​ໄທ​​ແທນ​. ​ໃນ​​ຫໍສະໝຸດດິຈິ​ຕອລ​ນີ້ ມີ​ໜັງສື​ໃບ​ລານຈຳນວນ​ໜຶ່ງ​ພົບຢູ່​ພາກ​ໃຕ້​ຂອງປະ​ເທດ​ລາວ ທີ່​ຂຽນ​ເປັນ​ພາສາ​ປາລີ, ພາສາລາວ ​ຫລື ​ພາສາໄທ ​ແລະ ​​ໃຊ້​ອັກສອນ​ຂອມ. ລະບົບອັກສອນ​ຂອມ​ມີ​​ພະ​ຍັນ​ຊະນະ​ຄົບ 33 ຕົວ ​ເພື່ອ​ບັນທຶກ​ພາສາ​ປາລີຄື​ກັນ​ກັບ​ອັກສອນ​ທັມ. ນອກ​ນັ້ນ​ຍັງ​ມີ​ສະຫຼະ ​ແລະ ພະຍັນຊະນະ​ເຂົ້າ​ມາ​​ເພີ່ມ ​ເພື່ອ​ໃຊ້​ຂຽນ​ພາສາ​ໄທ ​ແລະ ພາສາລາວ. ອັກສອນ​ຂອມບູຮານ​ທີ່​​ເຄີຍໃຊ້​ຂຽນ​ໃນ​ປະ​ເທດ​ໄທ ມີ​ຄວາມ​ຄ້າຍຄື​ກັນຫລາຍ​ກັບ​​ອັກສອນ​ຂອມ ​ແລະ ອັກສອນ​ມູນ ​ແບບ​ທີ່​​ໃຊ້​ໃນ​ປະ​ເທດ​ກຳປູ​ເຈຍທຸກ​ມື້​ນີ້​ ​​ເຊິ່ງໃຊ້​ຂຽນ​ຊື່ເລື່ອງ​ໜັງສື ຫລື ບົດ​ຄວາມ​ເປັນ​ຕົ້ນ. ​ຕຳລາ​ຂອງ ອາ​ຣິພົງ ​(2003) ອະທິບາຍ​ເຖິງ​ການ​ໃຊ້​ອັກສອນ​ຂອມ​ຢູ່​ໃນປະ​ເທດ​ໄທ​ຢ່າງ​ກະ​ຈ່າງ​ແຈ້ງ ​ແລະ ເພື່ອ​​ໃຫ້​ອ່ານເຂົ້າ​ໃຈ​ຕົວ​ອັກສອນ​ຂອມ​ບູຮານງ່າຍ​ຂຶ້ນ​ນັ້ນ ຕຳລາ​ຂອງ ຮັຟ​ແມນ (1970) ​ເລື່ອງອັກຂະຣະວິທີປັດຈຸບັນ ຂອງ​ພາສາ​ຂະ​ເໝນສະ​ໄໝ​ໃໝ່​ນີ້ກໍ່ຍັງ​​ເປັນ​ປະ​ໂຫຍ​ດຢູ່​ດ້ວຍ.

ເບິ່ງ​​ບັນ​ນາ​ນຸກົມຂ້າງ​ລຸ່ມ ສຳລັບ​ແຫ​ລ່ງລວມຂໍ້​ມູນ​ທີ່​ກ່ຽວຂ້ອງ.

ຄລິກບ່ອນ​ນີ້ ​ເພື່ອ​ເບິ່ງ​ເອກະສານ ​PDF ຂອງແບບຮຽນ​ອັກສອນ​ທັມ​ລາວ ​ທີ່ຂຽນເປັນ​ພາສາລາວ :
ແບບຮຽນ​ໄວ - ຮຽນ​ອ່ານໜັງສື​ທັມ ຂຽນ​ເປັນ​ພາສາ​ລາວ
ແບບຮຽນ​ໄວ - ຮຽນ​ອ່ານໜັງສື​ທັມ ຂຽນ​ເປັນ​ພາສາ​ປາລີ

ສ່ວນ​ແບບ​ຮຽນພາສາ​ລາວ, ພາສາ​ລ້ານ​ນາ (​ໄທ​ຍວນ), ພາສາ​ຂະ​​ເໝນ, ພາສາ​ໄທ (ສະ​ຫຍາມ ​ແລະ ພາສາ​ໄທ​ດຳ ທ່ານ​ສາມາດ​ຄົ້ນ​ຫາ​ໄດ້​ໃນ ອອມ​ນີກຼອດ Omniglot ເຊິ່ງ​​ໃຫ້ການ​ຊີ້​ແນະ​ກ່ຽວ​ກັບ​ລະບົບ​ຂຽນ ​ແລະ ພາສາ​ຕ່າງໆ ຜ່ານ​ອິນ​ເຕີ​ເນັດ.

ນອກຈາກ​ນັ້ນ ທ່ານ​ສາມາດ​ຄົ້ນ​ຫາ​ຂໍ້​ມູນກ່ຽວ​ກັບ​ການ​ຮຽນ​ພາສາ ລວມທັງ​ລິງຄ໌ກ່ຽວ​ກັບ​ລະບົບ​ອັກສອນ​ຕ່າງໆ ທີ່​ມີ​ໃນ​ຫໍສະໝຸດ​ດິຈິ​ຕອລນິ້​ໄດ້​ຈາກ SEAsite ຂອງສູນອາຊີ​ອາຄະ​ເນ​​ສຶກສາ ຂອງ​ມະຫາວິທະຍາ​ໄລ ນໍຣ​ເທິ​ນ ອີ​ລີ​ນອຍ​ Northern Illinois (ສະຫະລັດ​ອາ​ເມ​ລິ​ກາ).

ຄລິກບ່ອນ​ນີ້ ​ເພື່ອ​ເບິ່ງ​ສະຖິຕິ​ຂອງ​ບົດເລື່ອງ ​ແລະ ຮູບ​ພາບດິຈິ​ຕອລ ​​ໃນ​ຄັງ​ຂໍ້​ມູນ​ຂອງ​ຫໍ​ສະໝຸດດິຈິ​ຕອລ ເຊິ່ງ​ໄດ້​ຈຳ​ແນ​ກຕາມ​ພາສາ ​ແລະ ຕົວ​ອັກສອນ.

ບັນ​ນາ​ນຸກົມ

ສີສະ​ເຫວີຍ ສຸວັນ​ນີ_2005
ສີສະ​ເຫວີຍ ສຸວັນ​ນີ, ວັດຈະນານຸກົມ ພາສາ​ປາລີ-ລາວ. ວຽງ​ຈັນ : ​ໂຄງການ​ພັດທະນາ ວັດຈະນານຸກົມ​ປາລີ-ລາວ, 2005.

ມະຫາ​ເສນາ (ຜູ​ຍ)_1969ກ
ພຼະຍາ​ຫລວງມະຫາເສນາ (ຜູຍ), ແບບຮຽນ​ໄວ - ຮຽນ​ອ່ານໜັງສື​ທັມ​ຂຽນ​ເປັນ​ພາສາ​ລາວ. ວຽງ​ຈັນ : ພຸດທະ​ສາດ​ສະໜາບັນດິດ, 1969.
ຄລິກບ່ອນ​ນີ້ ​ເພື່ອ​ເບິ່ງ​ເອກະສານ ​PDF.

ມະຫາ​ເສນາ (ຜູ​ຍ)_1969ຂ
ພຼະຍາ​ຫລວງມະຫາເສນາ (ຜູຍ), ແບບຮຽນ​ໄວ - ຮຽນ​ອ່ານໜັງສື​ທັມ​ຂຽນ​ເປັນ​ພາສາ​ປາລີ. ວຽງ​ຈັນ​ : ພຸດທະ​ສາດ​ສະໜາບັນດິດ, 1969.
ຄລິກບ່ອນ​ນີ້ ​ເພື່ອ​ເບິ່ງ​ເອກະສານ ​PDF.

ມີ​ໄຊ ສຸກ​ຈະ​ເລີ​ນ_1994
ມີ​ໄຊ ສຸກ​ຈະ​ເລີ​ນ, ແບບຮຽນ​ອ່ານອັກສອນ​ທັມ.. ວຽງ​ຈັນ ​: ມະຫາວິທະຍາ​ໄລ​ສ້າງ​ຄູວຽງ​ຈັນ, 1994.

บุญคิต วัชรศาสตร์_2545
บุญคิต วัชรศาสตร์, ภาษา และ วรรณกรรมล้านนา. เชียงใหม่ : จุฬาลงกรณ์ มหาวิทยาลัย, 2545.

สมเจตน์ วิมลเกษม_2534
สมเจตน์ วิมลเกษม, แบบเรียนภาษาล้านนา. เชียงใหม่ : เจรีญวัฒน์การพิมพ์, 2534.

หอสมุดแห่งชาติ_2547
สำนักหอสมุดแห่งชาติ กรมศิลปกรณ์, แบบอักษรโบราณ ฉบับนักเรียนนักศึกษา. กรุงเทพฯ : หอสมุดแห่งชาติ, 2547.

อนันต์ อารีย์พงศ์_2546
อนันต์ อารีย์พงศ์, อักษรขอม. สงขลา : มหาวิทยาลัยทักษิณ, 2546.

อรุณรัตน์ วิเชียรเขียว_2539
อรุณรัตน์ วิเชียรเขียว, พจนานุกรมศัพท์ล้านนา เฉพาะคำที่ปรากฎในใบลาน. เชียงใหม่ : สุริวงศ์บุคเชนเตอร์, 2539.

อุดม รุ่งเรืองศรี _2547
อุดม รุ่งเรืองศรี, พจนานุกรมล้านนา-ไทย. เชียงใหม่ : มหาวิทยาลัยเชียงใหม่, 2547.

Court_1996
Court, Christopher, "The spread of Brahmi script into Southeast Asia", in The World’s Writing Systems, (Daniels, Peter T., and William Bright, eds.). Oxford: Oxford University Press (1996): 445-449.

Diller_2008
Diller, Anthony V.N., J. A. Edmondson, and Yongxian Luo (eds.), The Tai-Kadai Languages. London: Routledge Curzon, 2008.

Enfield_2003
Enfield, N.J., Linguistic Epidemiology: semantics and grammar of language contact in mainland Southeast Asia. London: Routledge Curzon, 2003.

Enfield_2007
Enfield, N.J., A Grammar of Lao. New York: Mouton de Gruyter, 2007.

Filliozat_1992
Filliozat, Jacqueline, ‘Documents Useful for the Identification of Pāli Manuscripts of Cambodia, Laos and Thailand’ in Journal of the Pali Text Society XVI (1992): 13-54.

Gedney_1967
“Thailand and Laos,” in Linguistics in East Asia and Southeast Asia. Current Trends in Linguistics, Vol. 2 (Ed. Thomas A. Sebeok). The Hague: Walter de Gruyter Inc., (1967): 782-814.

Gedney_1976
Gedney, William J., ‘Notes on Tai Nuea’ in Tai Linguistics in Honor of Fang-Kuei Li, (Gething, Thomas W., Jimmy G. Harris, and Pranee Kullavanijaya, eds.). Bangkok: Chulalongkorn University Press (1976): 62-102.
Click here to link to the Southeast Asian Linguistics Archives for a PDF version of this paper as reprinted in Selected Papers on Comparative Tai Studies (Ed. Robert J. Bickner et al.). Ann Arbor: Center for South and Southeast Asian studies, University of Michigan, (1989): 281-372.

Gedney_1994
Gedney, William J., Southwestern Tai Dialects: glossaries, texts, and translations. Michigan: Ann Arbor, 1994.

Geiger_2000
Geiger, Wilhelm, A Pali Grammar. (English transl. by Batakrishna Ghosh; revised and edited by K.R. Norman). Oxford: The Pali Text Society, 2000.

Haas_1964
Haas, Mary R., Thai-English Student’s Dictionary. Stanford: Stanford University Press, 1964.

Harris_1975
Harris, Jimmy G. ‘A comparative word list of three Tai Nüa dialects’ in Studies in Tai Linguistics in honor of William J. Gedney, (Harris, Jimmy G. & Chamberlain, James R., eds.). Bangkok: Central Institute of English Language, Office of State Universities (1975): 202-30.
Click here to link to the Southeast Asian Linguistics Archives for a PDF version of this paper.

Hartmann_1986a
Hartmann, John F., ‘The Spread of South Indic Scripts in Southeast Asia’ in Crossroads. 3.1 (1986): 6-20.

Hartmann_1986b
Hartmann, John F., ‘Varieties of Tai Dam Script’ in Crossroads. 3.1 (1986): 97-103.

Haudricourt_1975
Haudricourt, André-Georges, ‘Du nouveau sur le Tai Neua’ in Asie du sud-est et le monde insulindien, Vol. 6, no. 4 (1975): 163-168.

v. Hinüber­_1988
von Hinüber, Oskar, ‘Die Sprachgeschichte des Pali im Spiegel der südostasiatischen Handschriftenüberlieferung’ in Abhandlung der Akademie der Wissenschaften und der Literatur, 8 (1988).

v. Hinüber­_1993
von Hinüber, Oskar, ‘Pali und Lanna in den Kolophonen alter Palmblatthandschriften aus Nord-Thailand’ in G. Meiser (ed.) Indogermanica et Italica. Innsbruck: Universität Innsbruck, 1993: 223-236.

Horner_1993
Horner, I.B., Ten Jataka Stories – a pali reader. Bangkok: Mahamakut Rajavidyalaya, 1993.

Hudak_2008
Hudak, Thomas John, William J. Gedney’s Comparative Tai Source Book. Honolulu: University of Hawai’i Press, 2008.

Huffman_1970
Huffman, Franklin E., Cambodian System of Writing and Beginning Reader with Drills and Glossary. New Haven: Yale University Press, 1970.

Hundius_1990a
Hundius, Harald, Phonologie und Schrift des Nordthai. Stuttgart: Fr. Steiner Verlag - Abhandlungen für die Kunde des Morgenlandes, 48,3 (1990).

Hundius_1990b
Hundius, Harald, ‘The Colophons of Thirty Pāli Manuscripts from Northern Thailand’ in Journal of the Pali Text Society, XIV (1990): 1-173.

Kerr_1972
Kerr, Allan D., Lao-English Dictionary. Washington, DC: Catholic University of America Press, 1972.

Lafont_1962a
Lafont, Pierre-Bernard, ‘Les écritures 'tay du Laos’ in Bulletin de l'Ecole française d’Extrême-Orient (BEFEO 50.2, 1962): 367-393.
Click here to see a PDF version of this publication.

Lafont_1962b
Lafont, Pierre-Bernard, ‘Les écritures du pāli au Laos’ in Bulletin de l'Ecole française d’Extrême-Orient (BEFEO 50.2, 1962): 395-405.
Click here to see a PDF version of this publication.

Luo_1999
Luo Yongxian, A Dictionary of Dehong, Southwest China. Canberra: Research School of Pacific and Asian Studies, Australian National University, 1999.
Click here to see the Introduction to this dictionary on the SEAsite of the Center for Southeast Asian Studies at the University of Northern Illinois.

Mong_2004
Mong, Sai Kham, The History and Development of the Shan Scripts. Chiang Mai: Silkworm Books, 2004.

Reinhorn_1970
Reinhorn, Marc, Dictionnaire Laotien-Français. Paris: Centre de la Recherche Scientifique, 1970.

Reinhorn_1980
Reinhorn, Marc, Grammaire de la Langue Lao. Paris: Institut National des Langues et Civilisations Orientales, Université de la Sorbonne Nouvelle, 1980.

Rhys Davids_1921-25
Rhys Davids, T.W., and William Stede (eds.), Pali-English Dictionary. London: Pali Text Society, 1921-25.
Click here to access the online version at the University of Chicago.

Warder_2001
Warder, A.K., Introduction to Pali. Oxford: The Pali Text Society, 2001.

ຂຶ້ນເທິງ