ການນຳສະເໜີກ່ຽວກັບວັນນະຄະດີລາວ, ການຄົ້ນຄວ້າກ່ຽວກັບໜັງສືໃບລານລາວທີ່ຜ່ານມາ ແລະ ວຽກງານຂອງໂຄງການປົກປັກຮັກສາໜັງສືໃບລານລາວ. ຜ່ານການສຳຫລວດວັດ 800 ແຫ່ງ ເປັນເວລາ 10 ປີ ໜັງສືໃບລານປະມານ 86,000 ເລື່ອງ (368,000 ຜູກ) ໄດ້ຮັບການປົກປັກຮັກສາ ທັງມີການສ້າງສູນຂໍ້ມູນຂື້ນຢູ່ຫໍສະໝຸດແຫ່ງຊາດ ແລະ ການເລືອກເຟັ້ນ ປະມານ 12,000 ເລື່ອງ ມາຖ່າຍເປັນໄມໂຄຼຟິມ. ຕົ້ນສະບັບເຫລົ່ານີ້ໄດ້ນຳເຂົ້າໄວ້ໃນຫໍສະໝຸດດິຈິຕອລໜັງສືໃບລານລາວ.
ຄລິກ ບ່ອນນີ້ ເພື່ອອ່ານຕໍ່ ປະຫວັດຄວາມເປັນມາຂອງຫໍສະໝຸດດິຈິຕອລ.
ຂໍ້ມູນກ່ຽວກັບໂຄງການສ້າງຫໍສະໝຸດດິຈິຕອລໜັງສືໃບລານລາວ ຮວມເຖິງຜູ້ຮ່ວມງານ, ສະຖາບັນ ແລະ ບຸກຄົນທີ່ໃຫ້ຄວາມຮ່ວມມື, ອົງການໃຫ້ທຶນ, ສະຖິຕິກ່ຽວກັບຈຳນວນເລື່ອງ ແລະ ຮູບດິຈິຕອລ, ຂໍ້ມູນການນຳເອົາໄມໂຄຼຟິມມາຖ່າຍເປັນຮູບດິຈິຕອລ ແລະ ຖານຂໍ້ມູນກັບເວັບໄຊ ຂອງຫໍສະໝຸດດິຈິຕອລໜັງສືໃບລານລາວ.
ຄລິກ ບ່ອນນີ້ ເພື່ອອ່ານຕໍ່ ໂຄງການຫໍສະໝຸດດິຈິຕອລ.
ສັງລວມໜັງສືໃບລານ ໃນຫໍສະໝຸດດິຈິຕອລ, ການໃຊ້ພາສາ ແລະ ຕົວອັກສອນ, ອະທິບາຍລະອຽດ ກ່ຽວກັບຖານຂໍ້ມູນ ແລະ ລະບົບການກ່າຍຕົວອັກສອນພື້ນເມືອງມາເປັນອັກສອນໂຣມັນ.