ຂໍ້ມູນກ່ຽວກັບພາສາ ແລະ ຕົວອັກສອນ ໃນຄັງຂໍ້ມູນຂອງຫໍສະໝຸດດິຈິຕອລແຫ່ງນີ້ ຮວມອຸປະກອນ ເຊັ່ນ ແບບຮຽນ, ວັດຈະນານຸກົມ, ໄວຍາກອນ ແລະ ໜັງສື ຫລື ບົດຄວາມອ້າງອິງອື່ນໆ ພ້ອມທັງບົດຄວາມ ແລະ ລິງຄ໌ຕ່າງໆ ເພື່ອຄົ້ນຫາຂໍ້ມູນເພີ່ມຕື່ມ.
ຄລິກບ່ອນນີ້ ເພື່ອເບິ່ງຂໍ້ມູນກ່ຽວກັບ ພາສາ ແລະ ຕົວອັກສອນ ຢູ່ຫໍສະໝຸດດິຈິຕອລ.
ບົດຄວາມຈາກ ກອງປະຊຸມສາກົນ ກ່ຽວກັບມໍລະດົກວັນນະຄະດີລາວ : ການປົກປັກຮັກສາ ການເຜີຍແຜ່ ແລະ ທັດສະນະການຄົ້ນຄວ້າ ເຊິ່ງຈັດຂຶ້ນທີ່ ນະຄອນຫລວງວຽງຈັນ ໃນເດືອນມັງກອນ ປີ 2004 ແລະ ເອກະສານຄົ້ນຄວ້າອື່ນໆ.
ຄລິກບ່ອນນີ້ ເພື່ອເບິ່ງ ເອກະສານຄົ້ນຄວ້າ.
ຮູບດິຈິຕອລ ‘ຂ່າວໃບລານ’ 22 ສະບັບ ເຊິ່ງໄດ້ຈັດພິມໃນໄລຍະດຳເນີນໂຄງການປົກປັກຮັກສາໜັງສືໃບລານລາວ ສະເໜີຂ່າວກ່ຽວກັບການລົງພື້ນຖານເກັບກຳຂໍ້ມູນ ແລະ ສະຖານທີ່ຖ່າຍໄມໂຄຼຟີມ ພ້ອມທັງບົດຄັດຈ້ອນທີ່ເປັນຕົວຢ່າງ ຈາກໜັງສືໃບລານ ແລະ ພັບສາ ທີ່ໄດ້ພົບໃນສະຖານຕ່າງໆເຫລົ່ານັ້ນ.
ຄລິກບ່ອນນີ້ ເພື່ອເບິ່ງ ‘ຂ່າວໃບລານ’.
ຮູບພາບຕ່າງໆ ເຊິ່ງສ່ວນໃຫຍ່ໄດ້ເລືອກເຟັ້ນຈາກຈຳນວນ ປະມານ 23,000 ຮູບ ທີ່ໄດຖ່າຍໃນໄລຍະດຳເນີນໂຄງການປົກປັກຮັກສາໜັງສືໃບລານລາວ ນອກຈາກຮູບສະແດງເຖິງວຽກງານລົງພື້ນຖານຂອງໂຄງການດັ່ງກ່າວແລ້ວ ຍັງມີຮູບຖ່າຍສະແດງເຖິງບໍລິບົດທີ່ກ່ຽວຂ້ອງດ້ານສັງຄົມ ແລະ ວັດທະນະທຳ ຍົກຕົວຢ່າງເຊັ່ນ ຮູບວັດວາອາຮາມ, ພຣະພຸດທະຮູບ ແລະ ຮູບແຕ້ມຝາຜະໜັງ, ວິຖີຊີວິດຂອງຊາວບ້ານ, ການເຮັດບຸນ, ການສ້າງໜັງສືໃບລານ ແລະ ຜົນງານການຄົ້ນຄວ້າທີ່ສືບຕໍ່ຢູ່ພາກເໜືອຂອງປະເທດລາວ.
ຄລິກບ່ອນນີ້ ເພື່ອເບິ່ງຮວມຮູບພາບ.
ລິງຄ໌ນຳໄປສູ່ເວັບໄຊທີ່ກ່ຽວຂ້ອງ ຮວມທັງວັດຈະນານຸກົມ ແລະ ອຸປະກອນສຳລັບການສຶກສາພາສາປາລີ ແລ ພາສາອື່ນໆ ຜ່ານທາງອິນເຕີເນັດ ພ້ອມທັງຂໍ້ມູນກ່ຽວກັບບົດເລື່ອງທີ່ເປັນພາສາປາລີ ຫລື ບົດເລື່ອງທີ່ແປຈາກພາສາປາລີ ແລະ ລິງຄ໌ນຳໄປສູ່ ມະຫາວິທະຍາໄລ ແລະ ສະຖາບັນອື່ນໆ ທີ່ສະເໜີຫຼັກສູດ ແລະ ໂປຼແກຼມການສຶກສາທີ່ກ່ຽວຂ້ອງ ແລະ ອື່ນໆ.
ຄລິກບ່ອນນີ້ ເພື່ອເບິ່ງລິງຄ໌ໄປສູ່ເວັບໄຊທີ່ກ່ຽວຂ້ອງຕ່າງໆ.